(ພາບ:vietgiaitri.com)
(vovworld)- ຫວ່າງແລ້ວນີ້, ທ່ານ Ehud Barak ລັດຖະມົນຕີກະຊວງປ້ອງກັນປະເທດ Israel ໄດ້ຮຽກຮ້ອງພຽງລຳພັງຝ່າຍດຽວດ້ວຍການຖອນເຂດຕັ້ງຖິ່ນຖານຄົງທີ່ຈຳນວນ 1 ອອກຈາກເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຖ້າຫາກວ່າຂໍ້ຕົກລົງສັນຕິພາບກັບ Palestin ຍັງຕົກຢູ່ໃນສະພາບຢຸດສະງັກ. ໃນບົດຕອບສຳພາດທີ່ລົງພິມໃນໜັງສືພິມ Israel Hayom ສະບັບອອກວັນທີ 24/9, ທ່ານລັດຖະມົນຕີ Barak ໃຫ້ຮູ້ວ່າ: ທ່ານພວມພິຈາລະນາແຜນການຖອນເຂດຕັ້ງຖິ່ນຖານຄົງທີ່ປະວ່າງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ນັບສີບແຫ່ງເພື່ອແລກເອົາເລື່ອງຫັນເຂດຕັ້ງຖິ່ນຖານຄົງທີ່ໃຫ່ຍຄື: Gush, Maale Adumim, Etzion ແລະ Ariel ເປັນສ່ວນ 1 ຂອງດິນແດນ Israel. ນີ້ບໍ່ແມ່ນຄັ້ງທຳອິດທີ່ທ່ານ Barak ໄດ້ຍົກອອກຂໍ້ສະເໜີນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກຖືວ່າ ຂໍ້ສະເໜີນີ້ຂອງທ່ານຈະໄດ້ຮັບການຄັດຄ້ານຢ່າງແຮງຈາກບັນດາຜູ້ເດີນຕາມຝ່າຍແຂງກະດ້າງຢູ່ Israel ໃນສະພາບການທີ່ລັດຊາວຢີວ ກຽມດຳເນີນການເລືອກຕັ້ງກ່ອນກຳນົດເວລາໃນຕົ້ນປີໜ້າ.