ລັດຖະມົນຕີປ້ອງກັນປະເທດຈີນ ໄປຢ້ຽມຢາມອາເມລິກາ
ທ່ານລັດຖະມົນຕີປ້ອງກັນປະເທດຈີນ ແຫຼງກວາງເຫຼຍ
(
ພາບ: Bloomberg )
(vovwold) - ວັນທີ 4/5, ລັດຖະມົນຕີປ້ອງກັນປະເທດຈີນ ແຫຼງກວາງເຫຼຍ ໄດ້ໄປຮອດ San Francisco, ເລີ່ມຕົ້ນການຢ້ຽມຢາມອາເມລິກາຢ່າງເປັນທາງການ. ລັດຖະມົນຕີປ້ອງກັນປະເທດຈີນ ແຫຼງກວາງເຫຼຍຢັ້ງຢືນວ່າ ການຢ້ຽມຢາມອາເມລິກາ ຂອງທ່ານຄັ້ງນີ້ ເພື່ອແນໃສ່ປະຕິບັດຄວາມຮັບຮູ້ລວມເຊິ່ງທ່ານປະທານປະເທດຈີນ ຫູຈີເທົາ ແລະ ປະທານາທິບໍດີອາເມລິກາ Barak Obama ບັນລຸໄດ້ ກ່ຽວກັບການສ້າງສາຍພົວພັນສອງຝ່າຍ ແລະ ພັດທະນາດ້ານການທະຫານຢ່າງໂປ່ງໃສ ແລະ ໝັ້ນຄົງ. ໃນໄລຍະຢູ່ຢ້ຽມຢາມອາເມລິກາ, ທ່ານລັດຖະມົນຕີປ້ອງກັນປະເທດຈີນ ແຫຼງກວາງເຫຼຍ ຈະມີການພົບປະກັບບັນດາການນຳຂອງລັດຖະບານ ແລະ ກອງທັບອາເມລິກາ. ພາຍຫຼັງສິ້ນສຸດການຢ້ຽມຢາມ,ໃນວັນທີ 10/5, ທ່ານລັດຖະມົນຕີປ້ອງກັນປະເທດຈີນ ແຫຼງກວາງເຫຼຍ ຈະຈັດການປະຊຸມຂ່າວລວມ ພາຍຫຼັງການເຈລະຈາກັບລັດຖະມົນຕີປ້ອງກັນປະເທດອາເມລິກາ Leon Panetta.