ທ່ານພົນເອກ ຟູ່ງກວາງແທງ ຕ້ອນຮັບ ທ່ານ S.M Gulube
(ພາບ: HongPha)
(vovworld) – ຕອນບ່າຍວັນທີ 17/11, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟູ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ S.M Gulube, ລັດຖະມົນຕີຮັບຜິດຊອບດ້ານປ້ອງກັນຊາດ ອາຟຣິກກາໃຕ້, ເນື່ອງໃນໂອກາດມາເຂົ້າຮ່ວມການສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດ ຫວຽດນາມ - ອາຟຣິກກາໃຕ້ ຄັ້ງທີ 1. ທີ່ການຕ້ອນຮັບ, ທ່ານພົນເອກ ຟູ່ງກວາງແທງ ຕີລາຄາສູງ ອາຟຣິກາໃຕ້, ດ້ວຍບົດບາດນຳໜ້າຢູ່ ທະວີບອາຟຣິກກາ, ໃນການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ. ທ່ານພົນເອກ ຟູ່ງກວາງແທງ ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງຄະນະຜູ້ແທນ ແມ່ນບາດກ້າວໜຶ່ງສຳຄັນ ເພື່ອເພີ່ມທະວີການພົວພັນຮ່ວມມືມິດຕະພາບຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອາຟຣິກກາໃຕ້, ພິເສດໃນຂົງເຂດປ້ອງກັນຊາດ. ສ່ວນທ່ານ S.M Gulube ເນັ້ນໜັກວ່າ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານປ້ອງກັນຊາດຂອງ 2 ຝ່າຍຍັງໃຫຍ່ຫລວງຢູ່. ໃນໄລຍະຈະມາເຖິງ, ນອກຈາກບັນດາຂົງເຂດໄດ້ຮັບການເຫັນດີນຳກັນທີ່ການສົນທະນາໃນຕອນເຊົ້າວັນທີ 17/11, ອາຟຣິກກາໃຕ້ ປາດຖະໜາຢາກໄດ້ແບ່ງປັນບົດຮຽນກັບ ຫວຽດນາມ ກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງປອດໄພໃນການເດີນທະເລ.