ລັດຖະມົນຕີລາຊະອາ ນາຈັກອັງກິດຢ້ຽມຢາມ ຫວຽດນາມ


ລັດຖະມົນຕີລາຊະອາ ນາຈັກອັງກິດຢ້ຽມຢາມ ຫວຽດນາມ - ảnh 1

ງານ​ວາງ​ສະ​ແດງ​ຮ່ຳຮຽນ​ຢູ່​ອັງກິດ​ທີ່​ຮ່າ​ໂນ້ຍ

(ພາບ: TTXVN

 (vovworld)- ຕອນ​ບ່າຍວັນ​ທີ 6/1, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Grant Shapps ລັດຖະມົນຕີ​ລາຊະ​ອານາຈັກ​ອັງກິດ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​​ຫວຽດນາມ. ທ່ານ​ຮອງນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ​ ​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຮັ​ດວຽກ​ຂອງ ທ່ານລັດຖະມົນຕີ​ລາຊະ​ອານາຈັກ​ອັງກິດ Grant Shapps ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ພ້ອມ​ທັງ​ຖື​ວ່າ: ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ. ທ່ານ​ຮອງນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ຢືນຢັນ​ວ່າ: ຫວຽດນາມ ຈະ​ມານະ​ພະຍາຍ​າມພ້ອມ​ກັບລາຊະ​ອານາຈັກ​ອັງກິດ ສືບ​ຕໍ່​ນຳ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ຮອງນາຍົກລັດຖະມົນຕີ ຫວູ້ດຶກ​ດາມ ສະ​ເໜີ​ໃຫ້​ສອງ​ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນກ່ວາ​ອີກ ​ແລະ ປາດ​ຖະໜາ​ວ່າ: ລາຊະ​ອານາຈັກ​ອັງກິດ ຈະ​ສະໜັບສະໜູນ​ຫວຽດນາມ ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ-​ອີ​ຢູ, ສືບ​ຕໍ່​ສະຫງວນທຶນ ODA​ ​ໃຫ້​ແກ່​ຫວຽດນາມ./.

ຂ່າວ/ບົດ​ອື່ນ