ລັດຖະມົນຕີວ່າການກະຊວງການຕ່າງປະເທດ20ທ່ານເຂົ້າຮ່ວມບັນດາກອງປະຊຸມອາຊຽນຢູ່ມາເລເຊຍ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ20ທ່ານເຂົ້າຮ່ວມບັນດາກອງປະຊຸມອາຊຽນຢູ່ມາເລເຊຍ - ảnh 1
(ພາບປະກອບ)

​​(vovworld) - ວັນ​ທີ 04/08, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ 20 ທ່ານທີ່​ມາ​ຈາກ​ບັນດາປະ​ເທດ​ອາ​ຊຽນ, ​ປະ​ເທດ​ຄູ່​ຮ່ວມ​ມື ​ແລະ ​ປະ​ເທດ​ຄູ່​​ເຈ​ລະ​ຈາ​ຂອງ​ອາ​ຊຽນ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມຕ່າງໆ, ​ເລີ່ມ​ຕົ້ນ​ແມ່ນ​ກອງ​ປະຊຸມ​ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນປະຈຳ​ປີ ຄັ້ງ​ທີ 48 (AMM 48) ທີ່ສູນ​ກອງ​ປະຊຸມ​ສາກົນ, ຢູ່ນະຄອນຫຼວງ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊ​ຍ. ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດອາ​ຊຽນ - AMM 48 ຖືກ​ໄຂ​ຂຶ້ນໃນ​​ເວລາ 9 ​​ໂມງ​ເຊົ້າ (ຕາມ​ເວລາ​ທ້ອງ​ຖິ່ນ). ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປຶກສາ​ຫລື​ບັນດາ​ບາດ​ກ້າວ​ທີ່​ບັນ​ລຸ​ໄດ້​ໃນ​ການ​ປະຕິບັດ​​ຂໍ້​ຕົກລົງ​ຂອງ​ການ​ນຳ​ອາ​ຊຽນ ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງທີ 26 ​ໃນ​ທ້າຍ​ເດືອນ 04/2015 ຢູ່ ກົວ​ລາ​ລຳ​ເປີ. ​ໃນ​ນັ້ນ​ມີ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ທ້າຍ​ປີ 2015, ກຳ​ນົດທິດ​ໃຫ້​ອາ​ຊຽນ ​ໃນ​ສຸມ​ປີ​ຕໍ່ໆ​ໄປພາຍຫຼັງ​ການສ້າງ​ຕັ້ງປະຊາ​ຄົມ​ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື.

        ຢູ່​ນອກ​ກອງ​ປະຊຸມ AMM 48 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ, ຄາດ​ວ່າວັນ​ທີ 04/08, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ຈະ​ມີ​​ການ​ພົບ​ປະ 2 ຝ່າຍຄັ້ງ​ຕ່າງໆກັບ​ບາງ​ປະ​ເທດ​ຄູ່​ຮ່ວມ​ມື.

ຂ່າວ/ບົດ​ອື່ນ