ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາປະຕິບັດງານຢູ່ຈີນ
ທ່ານ Kerry ແລະ ຄູ່ຕຳແໜ່ງ ຈີນ ອວາງອີ໋
(ພາບ: Reuters)
|
(vovworld) – ຕອນຄຳ່ວັນທີ 26/1, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ Jonh Kerry ໄດ້ໄປຍັງ ປັກກິງ ເພື່ອພົບປະກັບບັນດາການນຳຂັ້ນສູງປະເທດນີ້ ດ້ວຍຈຸດສຸມໃນໂຄງການດຳເນີນງານແມ່ນບັນຫາ ສປປ ເກົາຫຼີ ພາຍຫຼັງ ພຽງຢາງ ດຳເນີນການທົດລອງນິວເຄຼຍ ຄັ້ງທີ 4 ເມື່ອຕົ້ນເດືອນ 1 ນີ້. ໃນການປະຕິບັດງານຢູ່ຈີນ, ນອກຈາກບັນຫາ ສປປ ເກົາຫຼີ ແລ້ວ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Jonh Kerry ກໍຈະຍົກອອກບັນດາຄວາມວິຕົກວັງວົນຂອງ ວໍຊິງຕັນກ່ຽວກັບ “ການປະພຶດທີ່ລະເມີເຟີຝັນ” ຂອງປັກກິ່ງ ໃນບັນຫາທະເລຕາເວັນອອກ ແລະ ບາງບັນຫາທີ່ສັບສົນອື່ນໆອີກ. ຕາມການຄາດຄະເນແລ້ວ, ບັນຫາ ສປປ ເກົາຫຼີ ຈະຄອບງຳບັນດາການເຈລະຈາລະຫວ່າງລັດຖະມົນຕີວ່າການກະຊວງການຕ່າງປະເທດ Kerry ແລະ ຄູ່ຕຳແໜ່ງ ຈີນ ອວາງອີ໋ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຂອງປະເທດເຈົ້າພາບໃນສະພາບການປະຊາຄົມໂລກຊອກຫາວິທີເພີ່ມທະວີບັນດາມາດຕະການລົງໂທດສຳລັບ ສປປ ເກົາຫຼີ ພາຍຫຼັງພຽງຢາງ ດຳເນີນການທົດລອງ ນິວເຄຼຍ ໃນວັນທີ 6/1 ຜ່ານມາ.