ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມເຈິນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ອາເມລິກາ

ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມເຈິນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່ອາເມລິກາ - ảnh 1
ທ່ານ​ພົນ​ເອກ ​ເຈິ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມແລະ ຮອງ​ຜູ້ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ການ
​ຕ່າງປະ​ເທດ​ ອາ​ເມ​ລິ​ກາ Scot Marciel
ພາບ:vov
(vovworld) – ​ ວັນ​ທີ 16/3, ຄະນະ​ຜູ​້ແທນຂັ້ນ​ສູງ​ກະຊວງ​ຕຳຫຼວດ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ​ເຈິ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ນຳ​ໜ້າ​ເລີ່​ມຕົ້ນ​ການ​ຢ​້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ. ທີ່​ນະຄອນຫຼວງ ວໍ​ຊິງ​ຕັນ, ທ່ານ​ລັດຖະມົນຕີວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ​ເຈິ​ນດ້າຍ​ກວາງ ​ໄດ້​ພົບ​ປະ​ກັບ​ທ່ານ Scot Marciel, ຮອງ​ຜູ້ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ ຮັບຜິດຊອບ​ ອາຊີ​ຕາ​ເວັນອອກ-​ປາຊີ​ຟິກ. ທີ່​ການ​ຕ້ອນຮັບ​, ທ່ານ Scot Marciel ຖື​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນການ​ເລີ່​ມຕົ້ນ​ອັນ​ດີງາມໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ຢູ່ 2 ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ສ້າງ​ປະຖົມ​ປັດ​ໄຈ​ໃຫ້ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ.

        ທ່ານ​ລັດຖະມົນຕີວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ​ເຈິ​ນດ້າຍ​ກວາງ ​ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຊົມ​ເຊີຍ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ອາຊີ-​ປາຊີ​ຟິກ, ​ໃນ​ນັ້ນ​ມີ ຫວຽດນາມ ​ເພີ່​ອສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດ​ຖະນາ​ຖາວອນ​ຂອງ​ພາກ​ພື້ນ,​​ ບົນ​ຫຼັກການ​ເຄົາລົບ​ນັບຖື​ກົດ​ບັດ​ສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ, ​ເຄົາລົບ​ນັບຖື​ລະບອບ​ການ​ເມືອງ, ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນດາປະ​ເທດ​. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ​ເຈິ​ນດ້າຍ​ກວາງ ​ ​ໄປ​ຢ້ຽມຢາມສະຖານທູດ​ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ.

        ​ເຍີ​ດກິ​ງ, ຮຸຍ​ຮ່ວາງ, ນັກ​ຂ່າວ VOV ປະຈຳ ອາ​ເມ​ລິ​ກາ

 

ຕອບກັບ

ຂ່າວ/ບົດ​ອື່ນ