(vovworld) - ຕາມໃບສະເໜີກ່ຽວກັບບຸກຄະລາກອນເລືອກຕັ້ງເປັນປະທານປະເທດ, ຕອນບ່າຍວັນທີ 31/03, ເລື່ອງຄະນະປະຈຳສະພາແຫ່ງຊາດ ຍື່ນສະເໜີສະພາແຫ່ງຊາດພິຈາລະຈາທ່ານລັດຖະມົນຕີວ່າການກະຊວງຕະຫຼວດ ເຈີນດ້າຍກວາງ ຮັບດຳລົງຕຳແໜ່ງປະທານປະເທດ ສສ.ຫວຽດນາມ ແມ່ນອີງໃສ່ມາດຕາ 74 ລັດຖະທຳທະນູນປີ 2013, ມາດຕາ 8 ກົດໝາຍວ່າດ້ວຍສະພາແຫ່ງຊາດ, ຂໍ້ 4 ມະຕິ 01 ຂອງຄະນະບໍລິການງານສູນກາງພັກຊຸດທີ 12, ມາດຕາ 31 ຂໍ້ກຳນົດກອງປະຊຸມສະພາແຫ່ງຊາດ. ພາຍຫຼັງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ອ່ານໃບສະເໜີ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຄະນະກ່ຽວກັບເນື້ອໃນນີ້. ສະພາແຫ່ງຊາດຈະປ່ອນບັດເລືອກຕັ້ງປະທານປະເທດ ໃນວາລະປະຊຸມຕອນເຊົ້າວັນທີ 02/04.
ທ່ານ ເຈີນດ້າຍກວາງ, ເກີດປີ 1956, ສະມາຊິກສະພາແຫ່ງຊາດຊຸດທີ 13. ທ່ານແມ່ນສາດສະດາຈານ, ດ.ຣ ດ້ານກົດໝາຍ, ໄດ້ຮັບດຳລົງບັນດາຕຳແໜ່ງຄື: ເປັນຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ເປັນຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ, ເປັນລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດ; ເປັນກຳມະການສູນກາງພັກຊຸດທີ 10, 11, 12, ເປັນກຳມະການກົມການເມືອງຊຸດທີ 11, 12, ເປັນພົນເອກ, ລັດຖະມົນຕີວ່າການກະຊວງຕຳຫຼວດ.
ເມື່ອແລກປ່ຽນກັບສື່ມວນຊົນຢູ່ນອກກອງປະຊຸມ, ທ່ານ ເຈີນຫງອກວິງ, ສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ຖືວ່າ.
“ພວກຂ້າພະເຂົ້າຕີລາຄາສູງເລື່ອງພັກ ໄດ້ແນະນຳທ່ານ ເຈີນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕະຫຼວດ ຮັບດຳລົງຕຳແໜ່ງເປັນປະທານປະເທດ. ພັກໄດ້ຄົ້ນຄວ້າຢ່າງລະອຽດທີ່ສຸດ ແລະ ອີງໃສ່ລະດັບຄວາມຮູ້, ຄວາມສາມາດ. ສະພາແຫ່ງຊາດແມ່ນຕົວແທນໃຫ້ຜູ້ມີສິດເລືອກຕັ້ງ ຈະປ່ອນບັດໄວ້ວາງໃຈທ່ານ ເຈີນດ້າຍກວາງ ຮັບດຳລົງຕຳແໜ່ງນັ້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍການສະເໜີຂອງພັກ, ສະພາແຫ່ງຊາດ ຈະເລືອກເຟັ້ນປະທານປະເທດໄດ້”.
ກ່ອນໜ້ານັ້ນ, ໃນຕອນບ່າຍ, ສະພາແຫ່ງຊາດໄດ້ປ່ອນບັດພົ້ນຕຳແໜ່ງປະທານປະເທດສຳລັບທ່ານ ເຈືອງເຕີນຊາງ, ດ້ວຍຈຳນວນບັດເຫັນດີ 90,49%.