ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຕ້ອນຮັບຄະນະອະດີດນັກຮົບລັດເຊຍ ແລະ ເບລາຣຸດ
(ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ
ຕ້ອນຮັບຄະນະອະດີດນັກຮົບລັດເຊຍ ແລະ ເບລາຣຸດ)
(vovworld) – ຕອນບ່າຍວັນທີ 04/12, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟຸ່ງກວາງແທງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບຄະນະອະດີດນັກຮົບສະຫະພັນລັດເຊຍ ແລະ ສ.ເບລາຣຸດ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານລັດຖະມົນຕີ ຟຸງກວາງແທງ ຢືນຢັນວ່າ, ພັກ, ລັດ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ, ຮູ້ບຸນຄຸນ ແລະ ບໍ່ຫຼົົງລື່ມບັນດາການປະກອບສ່ວນອັນໃຫຍ່ຫຼວງ, ມີປະສິດທິຜົນຂອງບັນດາອະດີດນັກຮົບໂຊວຽດ, ໃນນັ້ນມີລັດເຊຍ, ເບລາຣຸດ ທີ່ໄດ້ເຂົ້າຮ່ວມການສູ້ຮົບ, ຮັບໃຊ້ການສູ້ຮົບຊ່ວຍຫວຽດນາມ ໂດຍກົງ ໃນໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.
ທ່ານລັດຖະມົນຕີ ຟຸງກວາງແທງ ກໍ່ແນະນຳໂດຍຫຍໍ້ສະພາບການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງຫວຽດນາມ ໃຫ້ບັນດາອະດີດນັກຮົບລັດເຊຍ ແລະ ເບລາຣຸດ ໄດ້ຮັບຊາບ.