ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ເຈລະຈາ ກັບລັດຖະມົນຕີວ່າການກະຊວງບັນດາກຳລັງປະກອບອາວຸດກຸຍບາ
(ການເຈລະຈາລັດຖະມົນຕີວ່າການ 2 ປະເທດ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ, ຄະນະຜູ້ແທນທະຫານຂັ້ນສູງສ.ກຸຍບາ ໂດຍ ພົນໂທ Leopoldo Cintra Frisa, ລັດຖະມົນຕີວ່າການກະຊວງບັນດາກຳລັງປະກອບອາວຸດປະຕິວັດກຸຍບາ ນຳໜ້າໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 16 – 23/12.
ທີ່ການເຈລະຈາ, ພາຍຫຼັງພິທີຕ້ອນຮັບໃນຕອນເຊົ້າວັນທີ 21/12, ທ່ານລັດຖະມົວຕີວ່າການ ຟຸ່ງກວາງແທງ ເນັ້ນໜັກວ່າ, ຍາມໃດພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍ່ຈົດຈຳບຸນຄຸນ, ການຊ່ວຍເຫຼືອທີ່ລ້ຳຄ່າ, ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນ ກຸຍບາ ທີ່ສະຫງວຍໃຫ້ແກ່ຫວຽດນາມ ໃນສຸມເດືອນປີສົງຄາມ ກໍ່ຄືໃນໄລຍະສັນຕິພາບກໍ່ສ້າງປະເທດປະຈຸບັນນີ້. ລັດຖະມົນຕີວ່າການ 2 ທ່ານ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ມີຄວາມເອົາໃຈໃສ່, ຕີລາຄາການພົວພັນດ້ານປ້ອງກັນຊາດໃນໄລຍະຜ່ານມາ ແລະ ສະເໜີທິດທາງຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ. ລັດຖະມົນຕີວ່າການທັງ 2 ທ່ານ ໄດ້ແລກປ່ຽນບັນດາໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້ໃນຂອບເຂດຂໍ້ຕົກລົງຮ່ວມມືພັດທະນາດ້ານປ້ອງກັນຊາດເຊິ່ງໄດ້ລົງນາມເມື່ອປີ 2011 ແລະ ແຜນການຮ່ວມມືດ້ານປ້ອງກັນຊາດໄລຍະ 2014 – 2016 ທີ່ໄດ້ລົງນາມໃນປີ 2014; ສະຫຼຸບບັນດາບົດຮຽນກ່ຽວກັບການຮ່ວມມືໃນທຸກຂົງເຂດ, ເພື່ອແນໃສ່ນຳການຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງບັນລຸປະສິດທິຜົນທີ່ນັບມື້ນັບສູງ, ປະກອບສ່ວນນຳການພົວພັນຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ.