ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຍີ່ປຸ່ນ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຍີ່ປຸ່ນ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຕ້ອນ​ຮັບທ່ານ Tokuchi Hideshi, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ
ພາບ:baomoi.com
(vovworld)- ຕອນ​ບ່າຍ​ວັນ​ທ​ີ 28/1 ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ຢືນ​ຢັນ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່ ແລະ ນັບ​ມື້​ນັບ​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສອດ​ຄ່ອງ​ກັບ​ການ​ພົວ​ພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ. ພົນ​ເອກ ຟຸ່ງກວາງ​ແທງ ສະ​ເຫນີ ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ ຄວນ​ສືບ​ຕໍ່​ຮັກ​ສາ​ການ​​ສົ​ນ​ທະ​ນາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ, ເພ​ີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ ກ່ຽວ​ກັບ​ການ​ຮ່ວມ​ມື, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ ແລະ ແບ່ງ​ປັນ​ບົດ​ຮຽນ​ຮັບ​ມື​ກັບ​ໄພ​ພິ​ບັດ​ຊື່ງ​ແຕ່​ລະ​ປະ​ເທດ​ມີ​ທ່າ​ແຮງ. ທ່ານ Tokuchi Hideshi, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ຢືນ​ຢັນ​ວ່າ: ຍາມ​ໃດ ຍີ່​ປຸ່ນ ຖື​ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ຫວຽດ​ນາມ ເປັນ​ສຳ​ຄັນ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ.  ຍີ່​ປຸ່ນ ເຊື່ອ​ໝັ້ນ​ວ່າ: ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ, ເພື່ອ​ຜົນ​ປະ​ໂຫຍດ​ລວມ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​, ການພັດ​ທະ​ນາ, ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.
ຂ່າວ/ບົດ​ອື່ນ