(ກອງປະຊຸມລັດຖະມົນຕີແຮງງານບັນດາປະເທດອາຊຽນຄັ້ງທີ 24)
(vovworld) - ວັນທີ 16/5, ຢູ່ນະຄອນຫຼວງວຽງຈັນ, ແຫ່ງ ສປປ ລາວ, ກອງປະຊຸມລັດຖະມົນຕີແຮງງານບັນດາປະເທດອາຊຽນຄັ້ງທີ 24 (ALMM - 24), ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ+3 ຄັ້ງທີ 9 ໄດ້ສິ້ນສຸດລົງຢ່າງຈົບງາມ. ແຈ້ງການຮ່ວມຂອງກອງປະຊຸມໃຫ້ຮູ້ວ່າ, ເລື່ອງຈັດຕັ້ງການປະຕິບັດແຜນການດຳເນີນງານຂອງປະຊາຄົມເສດຖະກິດອາຊຽນ ແຕ່ປີ 2016 ກ່ຽວກັບຂົງເຂດແຮງງານ, ໃນນັ້ນມີບັນຫາຄົນງານທີ່ມີສີມືດີໄປອົບພະຍົບ, ແມ່ນໜຶ່ງໃນຈຳນວນບຸລິມາສິດ 4 ຢ່າງ, ເຊິ່ງບັນດາປະເທດອາຊຽນໄດ້ເຫັນດີເປັນເອກະພາບນຳກັນ, ນັ້ນແມ່ນຈະມີການຍົກຍ້າຍຄົນງານໂດຍບໍ່ຈຳກັດ ຫຼືຄົນງານໄປອົບພະຍົບຢ່າງເສລີ.
ທີ່ກອງປະຊຸມ, ລັດຖະມົນຕີແຮງງານບັນດາປະເທດອາຊຽນ ຄັ້ງທີ 24, ບັນດາຜູ້ແທນສຸມໃສ່ປຶກສາຫາລືຕົ້ນຕໍເຂົ້າບັນດາບັນຫາພື້ນຖານເຊັ່ນ: ແລກປ່ຽນຂໍ້ມູນຂ່າວກ່ຽວກັບຕະຫຼາດຄົນງານ, ແລກປ່ຽນບັນດາບົດຮຽນກ່ຽວກັບວຽກງານກໍ່ສ້າງກົດໝາຍ, ຮັບປະກັນຊີວິດສັງຄົມໃຫ້ແກ່ຄົນງານ. ກອງປະຊຸມກໍ່ປຶກສາຫາລື ແລະ ສຸມໃສ່ແນະນຳບັນດາບົດຮຽນ, ບັນດາແບບຢ່າງທີ່ມີປະສິດທິຜົນໃນວິວັດແຫ່ງການຍົກຍ້າຍຄົນງານ. ບັນດາລັດຖະມົນຕີແຮງງານຖືວ່າ, ສິ່ງສຳຄັນທີ່ສຸດແມ່ນບັນດາປະເທດອາຊຽນໄດ້ມີທັດສະນະລວມໃນການພ້ອມກັນແບ່ງປັນ, ສົມທົບກັນ, ສູ້ຊົນກໍ່ສ້າງອາຊຽນໃຫ້ມີຄວມຂະຫຍັນຂັນເຄື່ອນ ແລະ ພັດທະນາ. ຊ24ທີ 24 (ັ້?ໆນະຄອນຫຼວງວຽງຈັນ, ແຫ່ງ ສປປ ລາວ, ງານທັງໝົດເຊິ່ງອະນຸກຳມະການຕ້ອງດຳເນີນແຕ່ວັນທີະພາປະຊາຊົນ ກ່ຽວກັບຂົງເຂດແຮງງານ, ໃນນັ້ນບັນຫາຄົນງານ