ລັດຖະສະພາເຂດWallonieປຶກສາຫາລືກ່ຽວກັບສັນຍາການຄ້າເສລີຫວຽດນາມ-EU
ລັດຖະສະພາເຂດWallonieປຶກສາຫາລື
ກ່ຽວກັບສັນຍາການຄ້າເສລີຫວຽດນາມ-EU
(ພາບ: TTXVN)
(vovworld) - ລັດຖະສະພາເຂດWallonieປຶກສາຫາລືກ່ຽວກັບສັນຍາການຄ້າເສລີຫວຽດນາມ-EU. ນີ້ແມ່ນເຫດການສຳຄັນຂອງລັດຖະສະພາເຂດ Wallonie ເພື່ອແນໃສ່ກະກຽມໃຫ້ສະພາແຫ່ງຊາດ ແລະ ອຳນາດການປົກຄອງເຂດນີ້ກວດກາ, ພິຈາລະນາ ແລະ ໃຫ້ຄຳເຫັນກ່ຽວກັບສັນຍາການຄ້າເສລີ ຫວຽດນາມ-EU. ວາລະປະຊຸມດຳເນີນໄປໃນວັນທີ 1/12, ຢູ່ນະຄອນ Namur, ເມືອງເອກຂອງເຂດ Wallonie, ໂດຍມີການເຂົ້າຮ່ວມຂອງສະມາຊິກລັດຖະສະພາຫຼາຍທ່ານທີ່ຂຶ້ນກັບພັກຝ່າຍທີ່ແຕກຕ່າງກັນຢູ່ເຂດ Wallonie, ພ້ອມກັບຜູ້ຕາງໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານ, ວິສາຫະກິດ…
ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ວາລະປະຊຸມ, ທ່ານ ເວືອງເທື່ອຟອງ, ເອກອັກຄະລັດຖະທູດ ຫວຽດນາມຢູ່ລາຊະອານາຈັກ ແບນຊິກ, ຫົວໜ້າຄະນະຜູ້ແທນ ຫວຽດນາມຢູ່ສະຫະພາບເອີລົບ ໄດ້ເນັ້ນໜັກວ່າ, ນີ້ແມ່ນສັນຍາລຸ້ນໃໝ່ທຳອິດເຊິ່ງ EU ເຈລະຈາ ແລະ ລົງນາມກັບປະເທດພວມພັດທະນາ, ແມ່ນຂໍ້ຕົກລົງຮອບດ້ານ ແລະ ສົມດຸນ, ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າເຂດ Wallonie ຈະພິຈາລະນາຢ່າງຕັ້ງໜ້າ ແລະ ສະໜັບສະໜັບສັນຍານີ້.