(vovworld) – ວັນທີ 24/2, ທີ່ສຳນັກງານລັດຖະສະພາເອີລົບ (EP) ຢູ່ບຣຸກແຊນ ໄດ້ດຳເນີນວາລະອະພິປາຍ ກ່ຽວກັບການເຈລະຈາສັນຍາການຄ້າເສລີ ລະຫວ່າງສະຫະພາບເອີລົບ (EU) ກັບຫວຽດນາມ (EVFTA). ທີ່ວາລະອະພິປາຍ, ທ່ານຫົວໜ້າຄະນະເຈລະຈາ EU Mauro Petriccione ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດພວມພັດທະນາທຳອິດດຳເນີນການເຈລະຈາ FTA ກັບ EU ແລະ ແມ່ນສະມາຊິກທີ 2 ຂອງສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN) ພວມມຸ່ງໄປເຖິງການປະຕິບັດສຳເລັດການເຈລະຈາ FTA ກັບ EU, ຖັດຈາກ ສິງກະໂປ. ດັ່ງນັ້ນ, EU ພວມມີການຊັ່ງຊາກ່ຽວກັບລະດັບພັດທະນາຂອງຫວຽດນາມ ແລະ ໄດ້ສະແດງຢ່າງໄຫວພິບ ແລະ ແນ່ນອນໃນວິວັດການເຈລະຈາກັບຫວຽດນາມ. ທ່ານຫົວໜ້າຄະນະເຈລະຈາ EU ໄດ້ສະແດງຄວາມໄວ້ເນື້ອເຊື່ອໃຈວ່າ 2 ຝ່າຍອາດຈະສິ້ນສຸດການເຈລະຈາຄັ້ງສຸດທ້າຍ ເຊິ່ງຈະໄດ້ດຳເນີນໃນເດືອນ 3 ຈະມາເຖິງຢູ່ຫວຽດນາມ ກໍ່ຄືເລື່ອງ EP ອຳນວຍຄວາມສະດວກໃຫ້ສັດຕະຍະບັນສັນຍານີ້ໂດຍໄວ. ສ່ວນທ່ານຮອງປະທານຄະນະກຳມະການການຄ້າສາກົນ (INTA) ຂອງ EP Jan Zahradil ຖືວ່າ ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ກໍ່ຄືຄວາມຄືບໜ້າໃນການເຈລະຈາ, 2 ຝ່າຍສາມາດເຊື່ອໝັ້ນວ່າ EVFTA ຈະໄດ້ຮັບການສຳເລັດໂດຍໄວ.
ກ່າວຄວາມເຫັນທີ່ວາລະອະພິປາຍ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ EU ເວືອງເທື່ອຟອງ ຢືນຢັນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງຂອງຫວຽດນາມ ພ້ອມກັບ EU ຈະຊຸກຍູ້ການເຈລະຈາບັນລຸໄດ້ໝາກຜົນຄືດັ່ງຄວາມຫວັງໂດຍໄວ. ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ໄດ້ສະແດງຄວາມມຸ່ງຫວັງວ່າ 2 ຝ່າຍຈະສິ້ນສຸດການເຈລະຈາກ່ອນທ້າຍງວດທີ I ຂອງປີນີ້ ແທດເໝາະກັບຂໍ້ຕົກລົງ ແລະ ການຊີ້ນຳນຳພາຂອງການນຳຂັ້ນສູງຂອງຫວຽດນາມ ແລະ EU.