ບັນດາມືປືນລັດອິດສະລາມ (IS)
photo:internet
|
(vovworld)- ພາຍຫລັງບັນດາມືປືນລັດອິດສະລາມ (IS) ໄດ້ແຜ່ຕອນຫນຶ່ງໃນ Clipvideo ໂດຍຕັດຫົວນັກຂ່າວ James Foley ພ້ອມກັບຄຳນາບຂູ່ວ່າ ສືບຕໍ່ແກ້ແຄ້ນເພື່ອສະກັດກັ້ນການປິດລ້ອມຂອງເອເມລິກາ, ວັນທີ 22/8, ບັນດາເຈົ້າຫນ້າທີ່ ທຳນຽບ 5 ແຈ ໄດ້ຮັບຮູ້ວ່າ: IS ພວມກາຍເປັນໄພນາບຂູ່ທີ່ອັນຕະລາຍສຳລັບ ອາເມລິກາ. ໃນການປະຊຸມເມື່ອວັນທີ 22/8 ຢູ່ ທຳນຽບ 5 ແຈ, ທ່ານ Chuck Hagel, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຖືວ່າ: ດ້ວຍບັນດາເລລ່ຽມເຄື່ອນໄຫວທີ່ແຍບຍົນ, ຄວາມສາມາດດ້ານການເງິນອຸດົມສົມບູນ ແລະ ກຳລັງແຮງການທະຫານ, ບັນດາມືປືນ IS ໃນຕໍ່ຫນ້າແມ່ນໄພນາບຂູ່ອັນຕະລາຍສຳລັບ ອາເມລິກາ, ຊ້ຳບໍ່ໜຳແມ່ນອັນຕະລາຍກວ່າກຸ່ມກໍ່ການຮ້າຍສາກົນ Al Queada ທີ່ໄດ້ປະຕິບັດການບຸກໂຈມຕີເມື່ອວັນທີ 11/9/2001.