ລັດເຊຍ ກະຕຸກຊຸກຍູ້ ສາກົນຮັບປະກັນໃຫ້ຢູແກຼນປະຕິບັດຕາມຂໍ້ຕົກລົງສັນຕິພາບ
(ພາບປະກອບ: AFP/TTXVN)
(vovworld) – ລັດເຊຍ ໄດ້ກ່າວຫາອຳນາດການປົກຄອງຢູແກຼນ ໄດ້ລະເມີດບາງຂໍ້ມາດຕາໃນຂໍ້ຕົກລົງສັນຕິພາບ Minsk, ພ້ອມທັງຮຽກຮ້ອງໃຫ້ເຢຍລະມັນ ແລະ ຝລັ່ງ, 2 ປະເທດສວມບົດບາດສຳຄັນໃນວິວັດການບັນລຸໄດ້ຂໍ້ຕົກລົງເອກະສານດັ່ງກ່າວ, ຈົງມານະພະຍາຍາມກວ່າອີກ ເພື່ອຮັບປະກັນໃຫ້ Kiev ປະຕິບັດບັນດາຂໍ້ຕົກລົງທີ່ເຄີຍບັນລຸໄດ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ ໃນວັນທີ 23/03, ໂຄສົກວັງ Kremlin, Dmitry Peskov ຖະແຫຼງວ່າ: ບັນດາປະເທດຮັບປະກັນໃຫ້ຂໍ້ຕົກລົງ Minsk ຕ້ອງປະຕິບັດບົດບາດໜ້າທີ່ລວມ ເພື່ອຮັບປະກັນໃຫ້ບັນດາຂໍ້ມາດຕາໄດ້ຮັບການປະຕິບັດ. ຖະແຫຼງການດັ່ງກ່າວຂອງວັງ Kremlin ຖືກຍົກອອກມາໃນສະພາບທີ່ການປະທະກັນດ້ວຍປືນໃຫຍ່ເກີດຂຶ້ນຢ່າງແຮງຢູ່ໃກ້ກັບນະຄອນ Donersk (ທາງທິດຕາເວັນອອກຢູແກຼມ), ໂດຍກຳລັງທວງເອົາເອກະລາດຄວບຄຸມ, ການກະທຳດັ່ງກ່າວໄດ້ລະເມີດຄຳສັ່ງຢຸດຍິງຕາມຂໍ້ຕົກລົງ Minsk ທີ່ໄດ້ເຊັ່ນກັນເມື່ອວັນທີ 12/02 ຜ່ານມາ.