( vovworld ) - ລັດເຊຍ ຈະສ້າງຕັ້ງລະບົບສາມາດທຳລາຍ ກໍ່ຄືສະກັດກັ້ນທຸກລະບົບປ້ອງກັນລູກສອນໄຟໃດໆ ແນໃສ່ຮັບປະກັນຄວາມໝັ້ນຄົງຂອງຕົນ. ນັ້ນແມ່ນຄຳຖະແຫຼງຂອງທ່ານຮອງນາຍົກລັດຖະມົນຕີລັດເຊຍ Dmitry Rogozin ເມື່ອວັນທີ 29/6 ຜ່ານທາງວິທະຍຸກະຈາຍສຽງຂອງລັດເຊຍ. ທ່ານ Rogozin ຊີ້ແຈ້ງວ່າ; “ ໜ້າທີ່ຂອງພວກຂ້າພະເຈົ້າແມ່ນສ້າງຕັ້ງລະບົບຮັບປະກັນຄວາມໝັ້ນຄົງໃຫ້ສະຫະພັນລັດເຊຍຢ່າງແທ້ຈິງ ດ້ວຍເລື່ອງປະກອບໃຫ້ກອງທັບລັດເຊຍ ບັນດາພາຫະນະເຄື່ອງຈັກການທະຫານສາມາດໂຕ້ຕອບກົນອຸບາຍທຳລາຍຄວາມດູນດຽງຍຸດທະສາດ ”. ກໍຕາມທ່ານ Rogozin ແລ້ວ, ຜູ້ຮັບຜິດຊອບສະໜອງເຕັກນິກປ້ອງກັນອາກາດແລ້ວ, ລັດເຊຍ ພວມຄິດໄລ່ສອງວິທີເພື່ອປະຕິບັດໜ້າທີ່ດັ່ງດ່າວ, ເຊິ່ງລວມມີລະບົບປ້ອງກັນສາມາດຕີສະກັດກັ້ນລູກສອນໄຟ. ທ່ານກໍໃຫ້ຮູ້ວ່າ ບັນດາຄຳຕັດສິນກ່ຽວກັບການທະຫານ ແລະ ເຕັກນິກໃຫ້ແກ່ຂົງເຂດນີ້ໄດ້ຮັບການສ້າງສຳເລັດແລ້ວ.