ລັດເຊຍ ກ່າວເຕືອນຜົນຮ້າຍຢ້ອນຫລັງຈາກເລື່ອງແກ້ໄຂບັນຫາ ສປປ.ເກົາຫຼີ ດ້ວຍມາດຕະການທາງທະຫານ

(VOVWORLD) - ວັນທີ 13 ສິງຫາ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova ຖືວ່າ ມີໄພອັນຕະລາຍ ຈາກການແກ້ໄຂວິກິດການທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ ດ້ວຍການທະຫານແມ່ນສູງທີ່ສຸດ.
ລັດເຊຍ ກ່າວເຕືອນຜົນຮ້າຍຢ້ອນຫລັງຈາກເລື່ອງແກ້ໄຂບັນຫາ ສປປ.ເກົາຫຼີ ດ້ວຍມາດຕະການທາງທະຫານ - ảnh 1 ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova (ພາບ: Sputnik/TTXVN)

ທ່ານນາງ Maria Zakharova ໃຫ້ຮູ້ວ່າ: ສະພາບການຢູ່ພາກພື້ນ ພວມເຄັ່ງຕຶງ ອາດສາມາດກໍ່ໃຫ້ເກີດການປະທະກັນດ້ວຍການນຳໃຊ້ກຳລັງອາວຸດ. ຜູ້ຕາງໜ້າກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ຖ້າຫາກກໍລະນີດັ່ງກ່າວເກີດຂຶ້ນແທ້ ແລະ ຖ້າຫາກສະພາບການຜັນແປຕາມການນາບຂູ່ຂອງ ອາເມລິກາ ນີ້ອາດຈະແມ່ນວິນາດສະກຳຮ້າຍແຮງ. ຕາມທ່ານນາງ Maria Zakharova ແລ້ວ, ເບິ່ງຄືວ່າ ອາເມລິກາ ບໍ່ເຂົ້າໃຈກ່ຽວກັບຜົນຮ້າຍຢ້ອນຫລັງຢ່າງຮ້າຍແຮງຂອງການປະທະກັນດ້ວຍອາວຸດ, ຍ້ອນວ່າ ເລື່ອງດັ່ງກ່າວ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງ ວໍຊິງຕັນ ເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງທຸກປະເທດໃນພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ