(vovworld) - ປະເທດລັດເຊຍ ພ້ອມແລ້ວທີ່ຈະການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປົກປັກຮັກສາພາກພື້ນອາຊີ - ປາຊີຝີກ. ນັ້ນແມ່ນຄຳຖະແຫຼງຂອງທ່ານລັດຖະມົນຕີກະຊວງສະພາວະສຸກເສີນ Vladimir Puchkov ໃນພິທີໄຂເວທີປາໄສຄັ້ງທີ 6 ຂອງບັນດາຫົວໜ້າອົງການສຸກເສີນຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝີກ (APEC) ເຊິ່ງດຳເນີນໄປຢູ່ Vladivostok. ທ່ານລັດຖະມົນຕີ Puchkov ຖືວ່າ, ການຮັບປະກັນຄວາມປອດໄພໃຫ້ແກ່ການເຄື່ອນໄຫວດຳລົງຊີວິດຂອງປະຊາຊົນແມ່ນເງື່ອນໄຂທີ່ຈຳເປັນເພື່ອພັດທະນາເສດຖະກິດ. ຕ້ອງບັນລຸໄດ້ບັນດາມາດຕະການໃໝ່ໃນວຽກງານປ້ອງກັນມະນຸດ ແລະ ຜືນແຜ່ນດິນໃນສະພາວະສຸກເສີນ ແລະ ລັດເຊຍ ພ້ອມແລ້ວທີ່ຈະການປະກອບສ່ວນຫຼາຍທີ່ສຸດເຂົ້າໃນວຽກງານນີ້. ທ່ານລັດຖະມົນຕີກະຊວງສະພາວະສຸກເສີນລັດເຊຍ ເນັ້ນໜັກວ່າ, ໃນຂອບເຂດເວທີປາໄສຈະປຶກສາຫາລືບັນດາຂໍ້ສະເໜີເພື່ອແນໃສ່ປັບປຸງຄວາມສາມາດບົ່ມຊ້ອນຕ່າງໆຂອງພາກພື້ນໃນຂົງເຂດຮັບປະກັນລັກສະນະມະນຸດສະທຳ.