ລັດເຊຍ ຊົມເຊີຍມະຕິຂອງ IAEA ກ່ຽວກັບໂຄງການນິວເຄຼຍຂອງອີຣານ

ລັດເຊຍ ຊົມເຊີຍມະຕິຂອງ IAEA ກ່ຽວກັບໂຄງການນິວເຄຼຍຂອງອີຣານ - ảnh 1

ຝ່າຍ​ຕ່າງໆ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່ໂຄງການ​ນິວ​ເຄຼຍຂອງ​ອີຣານ

(ພາບ:vtr.org.vn)

(vovworld)- ​ວັນ​ທີ 14/9, ລັດ​ເຊຍ ຊົມ​ເຊີຍ​ມະຕິ​ຂອງອົງການ​ພະລັງງານ​ປະລະມານູ​ສາກົນ IAEA ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ລັດ​ເຊຍ ​ໃຫ້​ຮູ້​ວ່າ ລັດ​ເຊຍ ​ມີ​ຄວາມ​ພາກພູມ​ໃຈ​ຕໍ່​ມະຕິ​ສະບັບ​ນີ້. ມະຕິ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ເມື່ອວັນ​ທີ 14/9 ດ້ວຍບັດ​ສະໜັບສະໜູນ​ສ່ວນ​ຫຼາຍ​ໃນ​ຄະນະ​ຜູ້​ວ່າການ​ຊື່​ງລວມມີ 35 ທ່ານ. ມະຕິ​ໄດ້​ຊຸກຍູ້​ອີຣານ ຈົ່ງ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ບໍ່​​ປະຕິບັດ​ບັນດາ​ພັນທະ​ສາກົນ​ຢ່າງຊັກ​ຊ້າ ​ໃນ​ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ, ພ້ອມ​ທັງ​ສົ່ງ​ເສີມ​ການ​ເຈລະຈາ​ຄັ້ງຕ່າງໆ​ລະຫວ່າງ​ອີຣານ ກັບ IAEA ກໍ່​ຄືກັບ​ກຸ່ມ P5+1 ຊື່​ງລວມມີ​ລັດ​ເຊຍ, ຝະລັ່ງ, ອັງກິດ, ຈີນ, ​ອາ​ເມ​ລິ​ກາ ​ແລະ ​ເຢຍລະ​ມັນ. ຝ່າຍ​ລັດ​ເຊຍ ​ໃຫ້​ຮູ້​ວ່າ,​ມະຕິ​ດັ່ງກ່າວ​ບໍ່ມີ​ຄຳ​ນາບ​ຂູ່ ຫລື​ຜູກ​ໂທດ​ສຳລັບ​ຜູ້​ໃດ ​ແລະ ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈະ​ມີ​ທ່າ​ທີ​ຕັ້ງໜ້າ​ໃນ​ການ​ເຈລະຈາ​ຄັ້ງຕ່າງ​ໆກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ​ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

 

 

 

 

 

ຂ່າວ/ບົດ​ອື່ນ