ລັດເຊຍ ຍົກອອກເງືຶ່ອນໄຂເຈລະຈາສ້າງຍຸດທະສາດໃຫ້ສະຖຽນລະພາບກັບ ອາເມລິກາ

(VOVWORLD) -  ເຈລະຈາແທດຈິງ ກ່ຽວກັບບັນຫາສ້າງຍຸດທະສາດໃຫ້ມີສະຖຽນລະພາບລະຫວ່າງ ມົດສະກູ ແລະ ວໍຊິງຕັນ ອາດຈະໄດ້ດຳເນີນໄປຖ້າຫາກວ່າ ອາເມລິກາ...
ລັດເຊຍ ຍົກອອກເງືຶ່ອນໄຂເຈລະຈາສ້າງຍຸດທະສາດໃຫ້ສະຖຽນລະພາບກັບ ອາເມລິກາ - ảnh 1ລູກສອນໄຟຂ້າມທະວີບມີຄວາມສາມາດຖືຫົວນິວເຄຼຍ Yars RS-24 ຂອງລັດເຊຍ)
(ພາບ:AFP/TTXVN)

ເຈລະຈາແທດຈິງ ກ່ຽວກັບບັນຫາສ້າງຍຸດທະສາດໃຫ້ມີສະຖຽນລະພາບລະຫວ່າງ ມົດສະກູ ແລະ ວໍຊິງຕັນ ອາດຈະໄດ້ດຳເນີນໄປຖ້າຫາກວ່າ ອາເມລິກາ ພ້ອມແລ້ວທີ່ຈະເຄົາລົບຜົນປະໂຫຍດດ້ານຄວາມໝັ້ນຄົງຂອງ ລັດເຊຍ. ຖະແຫຼງການນີ້ໂດຍທ່ານ Vladimir Yermakov, ຫົວໜ້າກົມບັນດາບັນຫາບໍ່ເຜີຍແຜ່ອາວຸດນິວເຄຼຍ ແລະ ຄວບຄຸມອາວຸດຂຶ້ນກັບກະຊວງການຕ່າງປະເທດ ລັດເຊຍ ຍົກອອກມາໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Sputnik ເມື່ອວັນທີ 30 ພະຈິກ.

        ໃນການຕອບສຳພາດນັ້ນ, ທ່ານ Yermakov ໄດ້ຢັ້ງຢືນຫຼັກການທີ່ວ່າ, ລັດເຊຍ ບໍ່ໄດ້ປະຕິເສດການເຈລະຈາຈັກເທື່ອ, ແຕ່ການເຈລະຈາຈະໄດ້ດຳເນີນໄປຖ້າຫາກຄູ່ຮ່ວມມືມີເຈດຕະນາດີ. ດັ່ງນັ້ນ, ທ່ານຖືວ່າ, ອາເມລິກາ ຄວນກຽມພ້ອມໃຫ້ແກ່ການເຈລະຈາຢ່າງເຂັ້ມງວດ ໂດຍອີງໃສ່ບັນດາຫຼັກການສະເໝີພາບ ແລະ ບົນພື້ນຖານການເຄົາລົບຜົນປະໂຫຍດຂອງ ລັດເຊຍ, ກໍ່ຄືຮັບປະກັນບໍ່ຜ່ານ “ຂີດໝາຍແດງ” ໃນຂົງເຂດຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ