ລັດ​ເຊຍ​ ຍົກ​ເລີກ​​ຂໍ້​ຈຳ​ກັດ​ການ​ເຂົ້າ​ເມືອງ ສຳ​ລັບ​ພົນ​ລະ​ເມືອງ 4 ປະ​ເທດ​ໃນ​ນັ້ນ​ມີ ຫວຽດ​ນາມ

(VOVWORLD) -ວັນທີ  16 ມັງກອນ, ຄະນະປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ສະຫະພັນ ລັດເຊຍ ໄດ້ຕັດສິນຟື້ນຟູບັນດາຖ້ຽວບິນການຄ້າກັບ ຫວຽດນາມ, ອິນເດຍ, ແຟັງລັງ ແລະ ກາຕາ ນັບແຕ່ວັນທີ 27 ມັງກອນເປັນຕົ້ນໄປ.
ລັດ​ເຊຍ​ ຍົກ​ເລີກ​​ຂໍ້​ຈຳ​ກັດ​ການ​ເຂົ້າ​ເມືອງ ສຳ​ລັບ​ພົນ​ລະ​ເມືອງ 4 ປະ​ເທດ​ໃນ​ນັ້ນ​ມີ ຫວຽດ​ນາມ - ảnh 1ພາບປະກອບ: Tass

ວັນທີ 25 ມັງກອນ, ທ່ານ ນາຍົກລັດຖະມົນຕີ ລັດເຊຍ Mikhail Mushustin ໄດ້ລົງລາຍເຊັນຍົກເລີກບັນດາຂໍ້ຈຳກັດການເຂົ້າເມືອງສຳລັບພົນລະເມືອງ ແຟັງລັງ, ຫວຽດນາມ, ອິນເດຍ, ກາຕາ ນັບແຕ່ວັນທີ 27 ມັງກອນເປັນຕົ້ນໄປ. ກ່ອນໜ້ານັ້ນ, ລັດເຊຍໄດ້ປະກາດກ່ຽວກັບການເຊື່ອມຕໍ່ບັນດາຖ້ຽວບິນກັບບັນດາປະເທດນີ້ຄືນໃໝ່ນັ້ນ ແຕ່ທ້າຍເດືອນ ມັງກອນ 2021. ຫ້ອງການ ສື່ມວນຊົນ ຂອງລັດຖະບານ ລັດເຊຍ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: “ສຳລັບພົນລະເມືອງ ຂອງ 4 ປະເທດ: ແຟັງລັງ, ຫວຽດນາມ, ອິນເດຍ ແລະ ກາຕາ - ຈະຍົກເລີກຂໍ້ຈຳກັດເຂົ້າເມືອງ ລັດເຊຍ ເຊິ່ງໄດ້ຈັດວາງເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19”. ລັດຖະບານລັດເຊຍຊີ້ແຈ້ງວ່າ ປະຊາຊົນຂອງ 4 ປະເທດດັ່ງກ່າວພຽງແຕ່ໄດ້ຮັບການອະນຸຍາດເຂົ້າເມືອງລັດເຊຍຜ່ານດ່ານຊາຍແດນທາງອາກາດເທົ່ານັ້ນ.

        ວັນທີ  16 ມັງກອນ, ຄະນະປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ສະຫະພັນ ລັດເຊຍ ໄດ້ຕັດສິນຟື້ນຟູບັນດາຖ້ຽວບິນການຄ້າກັບ ຫວຽດນາມ, ອິນເດຍ, ແຟັງລັງ ແລະ ກາຕາ ນັບແຕ່ວັນທີ 27 ມັງກອນເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ