ລັດເຊຍ ຕັ້ງໜ້າສະໜັບສະໜູນ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ
(VOVWORLD) -ທ່ານ Sergey Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຕີລາຄາສູງການພົວພັນກັບ ຫວຽດນາມ ລັດເຊຍ ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ມຸ່ງໄປເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຄືດັ່ງໄດ້ປະກາດໃນຂອບເຂດການພົວພັນລະຫວ່າງ ລັດເຊຍ - ອາຊຽນ.
ທ່ານ Sergey Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ (ພາບ: ກະຊວງການຕ່າງປະເທດລັດເຊຍ) |
ໃນວັນທີ 17 ມິຖຸນາ, ທີ່ກອງປະຊຸມຖະແຫລງຂ່າວແຈ້ງຜົນກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ລັດເຊຍ ກ່ຽວກັບບັນດາມາດຕະການຮັບມືກັບໂລກລະບາດໂຄວິດ-19, ເຊິ່ງດຳເນີນໃນວັນດຽວກັນ, ທ່ານ Sergey Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຕີລາຄາສູງການພົວພັນກັບ ຫວຽດນາມ ລັດເຊຍ ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ມຸ່ງໄປເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຄືດັ່ງໄດ້ປະກາດໃນຂອບເຂດການພົວພັນລະຫວ່າງ ລັດເຊຍ - ອາຊຽນ. ກ່ຽວກັບເລືຶ່ອງ ຫວຽດນາມ ອາດຈະສວມບົດບາດເປັນຂົວຕໍ່ລະຫວ່າງ ລັດເຊຍ - ອາຊຽນ, ທ່ານ Lavrov ຖືວ່າ ລັດເຊຍ ໄດ້ກຳນົດການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ ແລະ ຫວຽດນາມ ແມ່ນສວມບົດບາດຢູ່ແຖວໜ້າ. ລັດເຊຍ ຈະອີງໃສ່ ຫວຽດນາມ ກໍ່ຄື ບັນດາປະເທດຕ່າງໆໃນພາກພື້ນ ອາຊຽນ ເພື່ອຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ວາອີກ.
ນອກຈາກການຍົກໃຫ້ເຫັນບາງຂົງເຂດມີຄວາມສາມາດເພີ່ມທະວີການຮ່ວມມືກັບ ຫວຽດນາມ, ທ່ານ Lavrov ປາດຖະໜາວ່າ ຫວຽດນາມ ຈະກາຍເປັນປະເທດ ອາຊຽນ ທຳອິດທີ່ລົງນາມສັນຍາການຄ້າເສລີກັບ ສະຫະພັນເສດຖະກິດ ອາຊີ - ເອີລົບ ແລະ ຕໍ່ຈາກນັ້ນບາງປະເທດ ອາຊຽນ ອື່ນກໍ່ເລີ່ມຕົ້ນການເຈລະຈາສັນຍານີ້. ດ້ວຍແງ່ຫວັງດັງທີ່ດີງາມຈາກສອງຝ່າຍ, ທ່ານ Lavrov ໃຫ້ຮູ້ວ່າ ລັດເຊຍ ຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ປະຕິບັດໃຫ້ສຳເລັດບັນດາບົດບາດເປັນປະທານໝູນວຽນ ອາຊຽນ ກໍ່ຄື ເປັນປະທານບັນດາເວທີປາໄສໃນຂອບເຂດເວທີປາໄສ ອາຊີຕາເວັນອອກ.