ລັດ​ເຊຍ, ຕວັກ​ກີ ແລະ ອີ​ຣານ ສືບ​ຕໍ່​ຮ່ວມ​ມື​ກັນ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່ ຊີ​ຣີ

(VOVWORLD) -ລັດເຊຍ, ຕວັກກີ ແລະ ອີຣານ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັນຕ້ານການກໍ່ການຮ້າຍຢູ່ ຊີຣີ, ຕາມຖະແຫຼງການ ເຊິ່ງ 3 ຝ່າຍໄດ້ຍົກອອກມາ ພາຍຫຼັງທີ່ການນຳສາມປະເທດຈັດກອງປະຊຸມສຸດຍອດຢູ່ ເຕເຮຣານ.
ລັດ​ເຊຍ, ຕວັກ​ກີ ແລະ ອີ​ຣານ ສືບ​ຕໍ່​ຮ່ວມ​ມື​ກັນ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່ ຊີ​ຣີ - ảnh 1ທ່ານປະທານາທິບໍດີ ລັດເຊຍ  V.Putin ແລະ ທ່ານປະທານາທິບໍດີ ອີຣານ E.Raisi, ທ່ານປະທານທິບໍດີ ຕວັກກີ T.Erdogan ຍົກອອກຖະແຫຼງການຮ່ວມເພື່ອແກ້ໄຂສະພາບການຢູ່ ຊີຣີ (ພາບ: Tass)

ວັນທີ 19 ກໍລະກົດ, ລັດເຊຍ, ຕວັກກີ ແລະ ອີຣານ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັນຕ້ານການກໍ່ການຮ້າຍຢູ່ ຊີຣີ, ຕາມຖະແຫຼງການ ເຊິ່ງ 3 ຝ່າຍໄດ້ຍົກອອກມາ ພາຍຫຼັງທີ່ການນຳສາມປະເທດຈັດກອງປະຊຸມສຸດຍອດຢູ່ ເຕເຮຣານ. ຕາມຖະແຫຼງການຮ່ວມແລ້ວ, ປະທານາທິບໍດີ ສາມປະເທດ ໄດ້ຢັ້ງຢືນຄືນຄວາມຕັດສິນໃຈສືບຕໍ່ຮ່ວມມືໃນປັດຈຸບັນ ເພື່ອແນໃສ່ຈຸດປະສົງລົບລ້າງສ່ວນບຸກຄົນ, ອົງການຈັດຕັ້ງ, ກຸ່ມ ແລະ ຫົວໜ່ວຍກໍ່ການຮ້າຍ, ກໍຄືສະແດງຄວາມຄັດຄ້ານຕໍ່ການຢຶດຄອງ ແລະ ຫັນແຫຼ່ງລາຍຮັບນ້ຳມັນໄປໃຫ້ ຊີຣີ ຢ່າງຜິດກົດໝາຍ.

ກ່າວຄຳເຫັນໃນການຖະແຫຼງຂ່າວພາຍຫຼັງກອງປະຊຸມສຸດຍອດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ 3 ປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ປຶກສາຫາລືກ່ຽວກັບບັນຫາ ຊີຣີ. ທັງ ລັດເຊຍ, ຕວັກກີ ແລະ ອີຣານ ລ້ວນແຕ່ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື ເພື່ອແນໃສ່ສ້າງ ຊີຣີ ໃຫ້ມີຄວາມຍືນຍົງ ແລະ ເປັນປົກກະຕິ. ການນຳ 3 ປະເທດ ໄດ້ແບ່ງປັນທັດສະນະທີ່ວ່າ ວິກິດການ ຊີຣີ ສາມາດແກ້ໄຂໄດ້ດ້ວຍມາດຕະການດ້ານການເມືອງ ແລະ ການທູດ.


ຕອບກັບ

ຂ່າວ/ບົດ​ອື່ນ