ລັດເຊຍ: ບັນດານັກຊ່ຽວຊານຂອງ OPCW ໄດ້ໄປຮອດເທດສະບານເມືອງ Douma

(VOVWORLD) -ວັນທີ 21 ເມສາ, ລັດເຊຍ ໃຫ້ຮູ້ວ່າ, ບັນດານັກຊ່ຽວຊານຂອງອົງການເກືອດຫ້າມອາວຸດເຄມີ (OPCW) ໄດ້ໄປຮອດເທດສະບານເມືອງ Douma, ໃກ້ກັບນະຄອນຫຼວງ Damacus ເພື່ອສືບສວນສອບສວນເຫດບຸກໂຈມຕີ ທີ່ຖືກສົງໄສວ່ານຳໃຊ້ອາວຸດເຄມີ
ລັດເຊຍ: ບັນດານັກຊ່ຽວຊານຂອງ OPCW ໄດ້ໄປຮອດເທດສະບານເມືອງ Douma - ảnh 1 (ພາບປະກອບ: THX/TTXVN)

ທີ່ເປັນສາຍເຫດພາໄປເຖິງເຫດບຸກໂຈມຕີດ້ວຍລູກສອນໄຟ ເຊິ່ງອັງກິດ, ຝລັ່ງ, ອາເມລິກາ ດຳເນີນແນໃສ່ຊີຣີ ໃນທ້າຍອາທິດກ່ອນ.

      ແຈ້ງການຂອງກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ນັບແຕ່ຕອນເຊົ້າວັນທີ 21 ເມສາ, ຄະນະປະຕິບັດງານພິເສດຂອງ OPCW ໄດ້ມີໜ້າຢູ່ເຂດຖືກສົງໄສວ່າມີທາດພິດເຄມີທີ່ຕົກຄ້າງພາຍຫຼັງເຫດບຸກໂຈມຕີເມື່ອວັນທີ 07 ເມສາ. ບັນດານັກຊ່ຽວຊານຂອງ OPCW ມີໜ້າທີ່ຢັ້ງຢືນເຫດບຸກໂຈມຕີທີ່ເກີດຂຶ້ນຢູ່ Douma ໄດ້ນຳໃຊ້ອາວຸດເຄມີຫຼື ບໍ່ ຫາກບໍ່ແມ່ນມີໜ້າທີ່ຮັບຜິດຊອບຊອກຫາກຳລັງຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ