ລັດເຊຍ ບໍ່ເຂົ້າຮ່ວມສົນທິສັນຍາຫ້າມອາວຸດນິວເຄຼຍ

(VOVWORLD) -ປະຈຸບັນ ມີ 62 ປະເທດ ແລະ ເຂດແຄ້ວນໄດ້ໃຫ້ສັດຕະຍາບັນສົນທິສັນຍາ, ມີຜົນສັກສິດ ແຕ່ເດືອນມັງກອນປີ 2021

ວັນທີ 25 ມິຖຸນາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຖະແຫລງວ່າ ມົດສະກູ ຈະບໍ່ເຂົ້າຮ່ວມສົນທິສັນຍາຫ້າມອາວຸດ ນິວເຄຼຍ (TPNW). ຄຳຖະແຫລງດັ່ງກ່າວໂດຍແມ່ນທ່ານນາງໂຄສົກກະຊວງການຕ່າງປະເທດ ລັດເຊຍ ຍົກອອກມາ ພາຍຫລັງສິ້ນສຸດກອງປະຊຸມທຳອິດຂອງບັນດາປະເທດເຂົ້າຮ່ວມ TPNW

ສົນທິສັນຍາຫ້າມອາວຸດ ນິວເຄຼຍ ໂດຍແມ່ນ ສະຫະປະຊາຊາດ ຮັບຮອງເອົາໃນເດືອນ ກໍລະກົດ ປີ 2017. ປະຈຸບັນ ມີ 62 ປະເທດ ແລະ ເຂດແຄ້ວນໄດ້ໃຫ້ສັດຕະຍາບັນສົນທິສັນຍາ, ມີຜົນສັກສິດ ແຕ່ເດືອນມັງກອນປີ 2021. ເຖິງຢ່າງໃດກໍຕາມ, ບັນດາປະເທດກຳມະສິດອາວຸດນິວເຄຼຍ ໃນນັ້ນ ມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ຊື່ງລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ຈີນ ແລະ ລັດເຊຍ ກໍ່ຄືບັນດາປະເທດສະມາຊິກ NATO ລ້ວນແຕ່ຍັງບໍ່ທັນລົງນາມ TPNW.

ຕອບກັບ

ຂ່າວ/ບົດ​ອື່ນ