ລັດເຊຍ ປະກາດຄໍາສັ່ງຢຸດຍິງຢູ່ແຂວງ Idlib ຂອງຊີຣີ

(VOVWORLD) -ລັດເຊຍ ແຈ້ງໃຫ້ຊາບວ່າ ບັນດາກໍາລັງລັດຖະບານຂອງ ຊີຣີ ຈະຢຸດຍິງຢູ່ແຂວງ Idlib, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ ຕາມລໍາພັງພຽງຝ່າຍດຽວ.
ລັດເຊຍ ປະກາດຄໍາສັ່ງຢຸດຍິງຢູ່ແຂວງ Idlib ຂອງຊີຣີ - ảnh 1ທະຫານ ລັດເຊຍ ແລະ ຊີຣີ ທີ່ແຂວງ Idlib (ພາບ: AFP/TTXVN) 

ວັນທີ 30 ສິງຫາ, ລັດເຊຍ ແຈ້ງໃຫ້ຊາບວ່າ ບັນດາກໍາລັງລັດຖະບານຂອງ ຊີຣີ ຈະຢຸດຍິງຢູ່ແຂວງ Idlib, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ ຕາມລໍາພັງພຽງຝ່າຍດຽວ. ຄໍາສັ່ງດັ່ງກ່າວ ມີຜົນສັກສິດນັບແຕ່ເວລາ 6 ໂມງ 00 ນາທີ (ຕາມເວລາທ້ອງຖິ່ນ) ຂອງວັນທີ 31 ສິງຫາ.

        ຖະແຫຼງການຂອງສູນກາງໄກ່ເກ່ຍ ຊີຣີ ຂອງລັດເຊຍໃຫ້ຮູ້ວ່າ ຄໍາສັ່ງຢຸດຍິງຢູ່ແຂວງ Idlib ແມ່ນເພື່ອແນໃສ່ “ເຮັດໃຫ້ສະພາບການຢູ່ Idlib ກັບຄືນສູ່ຄວາມເປັນປົກກະຕິ” ແລະ ຮຽກຮ້ອງໃຫ້ບັນດາມືປືນທີ່ຕ້ານຄືນລັດຖະບານ ຢຸດຕິບັນດາການກະທໍາເກາະຜິດນໍາໃຊ້ອາວຸດ, ພ້ອມກັນເຂົ້າຮ່ວມວິວັດທະນາການສ້າງສັນຕິພາບຢູ່ທີ່ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ