ລັດເຊຍ, ຝະລັ່ງ ແລະ ເຢຍລະມັນ ຮຽກຮ້ອງ ຄຳສັ່ງຢຸດຍິງໃໝ່ຢູ່ຢູແກຼນ

ລັດເຊຍ, ຝະລັ່ງ ແລະ ເຢຍລະມັນ ຮຽກຮ້ອງ ຄຳສັ່ງຢຸດຍິງໃໝ່ຢູ່ຢູແກຼນ - ảnh 1
(ພາບປະກອບ)

(vovworld)- ວັນ​ທີ 10/7, ການ​ນຳ​ສູງ​ສຸດ​ຂອງ 3 ປະ​ເທດ ລັດ​ເຊຍ, ຝະ​ລັ່ງ ແລະ ເຢຍ​ລະ​ມັນໄດ້​ເຫັນ​ດີ​ສະ​ໜັບ​ສະ​ໜູນ​ການ​ຟື້ນ​ຟູ​ຢຸດ​ຍິງ​ຢູ່ຢູ​ແກຼນ ແລະ ດຳ​ເນີນ​ບັນ​ດາ​ການ​ພົບ​ປະ​ລະ​ຫວ່າງ​ກຸ່ມ​ນັກ​ປະ​ຕິ​ບັດ​ງານ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດນີ້. ໃນ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Putin ກັບ​ຄູ່​ຕ​ຳ​ແໜ່ງ​ຂອງ​ຝະ​ລັ່ງ ທ່ານ Francois Hollande ແລະ ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ   Angela merkel, 3 ຝ່າຍ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ບັນ​ດາ​ແງ​່ມຸມ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ສະ​ພາບ​ວິ​ກິດ​ການ​ຢູ່​ຢູ​ແກຼນ ໂດຍ​ມີ​ການ​ຄິດ​ໄລ່​ເຖິງບັ້ນ​ການ​ທະ​ຫານ​ຢູ່​ພາກ​ຕາ​ເວັນ-ພາກ​ໃຕ້ ແລະ ຈຳ​ນວນ​ພົ​ນ​ລະ​ເມືອງ​ຂອງ​ປະ​ເທດນີ້​ໄປ​ອົບ​ພະ​ຍົບ​ຢູ່​ລັດ​ເຊຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ໃນ​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບນີ້, ບັນ​ດາການ​ນຳ​ ຂອງຝະ​ລັ່ງ ແລະ ເຢຍ​ລະ​ມັນ ໄດ້​ສະ​ໜັບ​ສະ​ໜູນລັດ​ເຊຍໃນ​ການ​ຮຽກ​ຮ້ອງ​ຄຳ​ສັ່ງ​ຢຸດ​ຍິງ​ໃໝ່ຢູ່​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ແກຼນ ແລະ ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ບັນ​ລຸ​ມາດ​ຕະ​ການ​ແກ້​ໄຂ​ດ້ານ​ການ​ເມ​ືອງ​ໃຫ້​ແກ່​ການ​ປ​ະ​ທະ​ກັນ​ທີ່​ແກ່​ຍາວ 3 ເດືອນ​ຜ່ານ​ມາ​ຢູ່​ເຂດ​ນີ້​ໂດຍ​ໄວ. ມົດ​ສ​ກູ ຍັງ​ປະ​ຕິ​ເສດ​ບັນ​ດາ​ຂໍ້​ກ່າວ​ຫາ​ຂອງ​ກີ​ແອບ ແລະ ຝ່າຍ​ຕາ​ເວັນ​ຕົກ​ທີ່ວ່າ ໄດ້​ຊຸກ​ຍູ້​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ​ດ້ວຍ​ວິ​ທີ​ອະ​ນຸ​ຍາດ​ໃຫ້​ສົ່ງ​ເຮືອ​ບິນ​ສູ້​ຮົບ ແລະ ອາ​ວຸດ​ເຂົ້າ ພາກ​ຕາ​ເວັນ​ອອກ​ຢູ​ແກຼນຜ່ານ​ຊາຍ​ແດນ​ກັບ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ