(VOVWORLD) -ມົດສະກູ ພວມຕິດຕໍ່ກັບທັງສອງຝ່າຍທີ່ປະທະກັນ ແລະ ທ່ານຫວັງວ່າ ອາດຈະບັນລຸໄດ້ໝາກຜົນທີ່ເໝາະສົມສຳລັບປະຊາຊົນທຸກຄົນທີ່ພວມດຳລົງຊີວິດຢູ່ເຂດນີ້ ດ້ວຍສັນຕິວິທີ.
ທ່ານປະທານາທິບໍດີ ລັດເຊຍ V.Putin (ພາບ: eadaily.com) |
ວັນທີ 04 ພະຈິກ, ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າບັນດາອົງການສາສະໜາ ເນື່ອງໃນໂອກາດວັນໂຮມປະເທດຊາດເປັນເອກະພາບແຫ່ງຊາດ, ທ່ານປະທານາທິບໍດີ ລັດເຊຍ V.Putin ຖະແຫຼງວ່າ ລັດເຊຍ ພວມເຮັດທຸກສິ່ງທຸກຢ່າງເພື່ອໃຫ້ການປະທະກັນຢູ່ Nagorno – Karabakh ສິ້ນສຸດໂດຍໄວ ແລະ ຍິ່ງໄວກໍຍິ່ງດີ ເພື່ອກອບກູ້ເອົາຊີວິດປະຊາຊົນທີ່ພວມດຳລົງຊີວິດຢູ່ສະພາບບໍ່ມີຄວາມປອດໄພດັ່ງກ່າວ. ທ່ານປະທານາທິບໍດີ ລັດເຊຍ ຖືວ່າ ມົດສະກູ ພວມຕິດຕໍ່ກັບທັງສອງຝ່າຍທີ່ປະທະກັນ ແລະ ທ່ານຫວັງວ່າ ອາດຈະບັນລຸໄດ້ໝາກຜົນທີ່ເໝາະສົມສຳລັບປະຊາຊົນທຸກຄົນທີ່ພວມດຳລົງຊີວິດຢູ່ເຂດນີ້ ດ້ວຍສັນຕິວິທີ.
ກ່ອນໜ້ານັ້ນ, ໃນວັນທີ 01 ແລະວັນທີ 02 ພະຈິກ ຜ່ານມາ, ການນຳ ລັດເຊຍ ກໍໄດ້ມີການເຈລະຈາທາງໂທລະສັບກັບທ່ານ Ilham Aliev ປະທານາທິບໍດີ ອາແຊັກໄບຊານ ແລະ ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashynian ເພື່ອປຶກສາຫາລືຢ່າງລະອຽດ ກ່ຽວກັບບັນດາບັນຫາເພື່ອແກ້ໄຂການປະທະກັນຢູ່ Nagorno – Karabakh.
ແອັງຕູ໊ - ນັກຂ່າວ VOV ປະຈຳ ມົດສະກູ.