ລັດເຊຍ ພ້ອມແລ້ວທີ່ຈະລົງນາມໃນສົນທິສັນຍາ INF ສະບັບໃໝ່

(VOVWORLD) -ລັດເຊຍ ອາດສາມາດລົງນາມໃນສົນທິສັນຍາ INF ຕາມບັນດາເງື່ອນໄຂໃໝ່ໄດ້ຫຼືບໍ?

ວັນທີ 13 ກຸມພາ, ທ່ານ Vladimir Shamanov ປະທານກໍາມາທິການປ້ອງກັນປະເທດ ສະພາຕໍ່າລັດເຊຍ ໄດ້ຖະແຫຼງວ່າ ມົດສະກູ ພ້ອມແລ້ວທີ່ຈະລົງນາມໃນສົນທິສັນຍາບັນດາກໍາລັງນິວເຄຼຍ ໄລຍະກາງ (INF) ຕາມບັນດາເງື່ອນໄຂໃໝ່. ເມື່ອຕອບສໍາພາດຕໍ່ນັກຂ່າວທີ່ວ່າ ລັດເຊຍ ອາດສາມາດລົງນາມໃນສົນທິສັນຍາ INF ຕາມບັນດາເງື່ອນໄຂໃໝ່ໄດ້ຫຼືບໍ?  ທ່ານ Shamanov ເນັ້ນໜັກວ່າ “ລັດເຊຍ ພ້ອມແລ້ວທີ່ຈະປະຕິບັດວຽກງານເລົ່ານັ້ນ”. ເຖິງຢ່າງໃດກໍຕາມ, ໃນສະພາບການປັດຈຸບັນ, ລັດເຊຍ ຈໍາເປັນຕ້ອງປົກປັກຮັກສາອະທິປະໄຕຂອງຕົນ. ຕາມທ່ານ Shamanov ແລ້ວ, ອາວຸດປະເພດໃໝ່ຂອງລັດເຊຍ ແມ່ນມາດຕະການໂຕ້ຕອບຄືນບັນດາການກະທໍາຂອງ ຝ່າຍຕາເວັນຕົກ.

        ກ່ຽວຂ້ອງເຖິງເລື່ອງດັ່ງກ່າວ, ໃນວັນດຽວກັນ, ທ່ານ Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ ໃຫ້ຮູ້ວ່່າ ຈະດໍາເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃນອາທິດນີ້. ນີ້ໄດ້ຮັບຖືວ່າ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມ ເພື່ອກອບກູ້ ສົນທິສັນຍາ INF ທີ່ພວມຕົກເຂົ້າສູ່ທ່າຖືກລົ້ມລະລາຍ.


ຕອບກັບ

ຂ່າວ/ບົດ​ອື່ນ