ລັດ​ເຊຍ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ຊ້ອມ​ຮົບ​ຢູ່​ໃກ້​ເຂດ​ຊາຍ​ແດນ​ປະ​ເທດ​ນີ້

(VOVWORLD) -ລັດເຊຍ ຈຳເປັນຈະຕ້ອງມີການກະທຳ ຖ້າຫາກວ່າ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ລວງລ້ຳ “ເສັ້ນແດງ” ເຊິ່ງ ມົດສະກູ ໄດ້ຂີດຂັ້ນໄວ້, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ການຊ້ອມຮົບຕ່າງໆຢູ່ໃກ້ເຂດຊາຍແດນປະເທດນີ້. 
ລັດ​ເຊຍ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ຊ້ອມ​ຮົບ​ຢູ່​ໃກ້​ເຂດ​ຊາຍ​ແດນ​ປະ​ເທດ​ນີ້ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ກ່າວຄຳເຫັນໃນເວທີປາໄສກ່ຽວກັບການລົງທຶນຢູ່ ມົດສະກູ, ວັນທີ 30 ພະຈິກ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ ລັດເຊຍ ຈຳເປັນຈະຕ້ອງມີການກະທຳ ຖ້າຫາກວ່າ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ລວງລ້ຳ “ເສັ້ນແດງ” ເຊິ່ງ ມົດສະກູ ໄດ້ຂີດຂັ້ນໄວ້, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ການຊ້ອມຮົບຕ່າງໆຢູ່ໃກ້ເຂດຊາຍແດນປະເທດນີ້. ທ່ານ Putin  ຫວັງວ່າ ບັນດາຝ່າຍຈະມີຄວາມຮັບຮູ້ລວມກ່ຽວກັບບັນຫານີ້ ແຕ່ ໄດ້ກ່າວເຕືອນເປັນພິເສດວ່າ NATO ຄວນຄິດໄລ່ຊັ່ງຊາຄວາມວິຕົກກັງວົນຂອງ ລັດເຊຍ ກ່ຽວກັບສາຍສຳພັນດ້ານປ້ອງກັນຄວາມສະຫງົບກັບ ຢູແກຼນ.

        ທ່ານ  Putin ໃຫ້ຮູ້ວ່າ ລັດເຊຍ ກໍຈະຕ້ອງລະດົມອາວຸດບັນດາປະເພດທີ່ຄ້າຍຄືກັນ ຖ້າຫາກວ່າມີບໍ່ວ່າລະບົບບຸກໂຈມຕີໃດໄດ້ຜັນຂະຫຍາຍໄປຮອດ ຢູແກຼນ. ທ່ານປະທານາທິບໍດີ ລັດເຊຍ ກໍໃຫ້ຮູ້ວ່າ ປະເທດນີ້ຫາກໍ່ຍິງທົດລອງລູກສອນໄຟທີ່ມີລະດັບຄວາມໄວທີ່ສຸດຢູ່ທະເລຢ່າງສຳເລັດຜົນ ແລະ ຄາດວ່າຈະນຳເຂົ້າໃຊ້ການໃນຕົ້ນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ