ລັດເຊຍ ຢັ້ງຢືນໄດ້ປະຕິບັດການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍກໍ່ການຮ້າຍຢູ່ Idlib, ຊີຣີ

(VOVWORLD) - ວັນທີ 05 ກັນຍາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ຢັ້ງຢືນວ່າ ບັນດາເຮືອບິນສູ້ຮົບຂອງ ລັດເຊຍ ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍກໍ່ການຮ້າຍຢູ່ແຂວງ Idlib ຂອງ ຊີຣີ ໃນວັນທີ 04 ກັນຍາ; ພ້ອມທັງໃຫ້ຮູ້ວ່າ:

ປະເທດນີ້ ພຽງແຕ່ບຸກໂຈມຕີກຸ່ມແນວໂຮມ Al-Nusra ເທົ່ານັ້ນ ຫາກບໍ່ແມ່ນເພື່ອເລັ່ງໃສ່ເຂດຊຸມຊົນ. ໃນບັນດາສະຖານທີ່ຖືກບຸກໂຈມຕີທາງອາກາດນັ້ນ ມີສາງແຫ່ງໜຶ່ງທີ່ອົງການກໍ່ການຮ້າຍນຳໃຊ້ເປັນບ່ອນປະກອບເຄື່ອງຈັກຂອງເຮືອບິນບໍ່ມີຄົນຂັບ.

        ກ່ອນໜ້ານັ້ນ, ໂຄສົກວັງ Krenlin ທ່ານ Dmitry Peskov ໃຫ້ຮູ້ວ່າ: ສະພາບການຢູ່ແຂວງ  Idlib, ປັດຈຸບັນ ໂດຍກຳລັງພວກກະບົດຢຶດຄອງຢູ່ ຊີຣີ ແມ່ນເປັນໜ້າເຕືອນໄພ ແລະ ມົດສະກູ ພວມຮັກສາການຕິດຕໍ່ພົວພັນໃນທຸກຂັ້ນ ທີ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ