ລັດເຊຍ ຢືນຢັນຕັດສິນໃຈສ້າງໂຄງການທໍ່ສົ່ງອາຍແກັດໄປຍັງ ເອີຣົບ ໃຫ້ສຳເລັດ

(VOVWORLD) - ວັນທີ 21 ທັນວາ, ທ່ານ Konstantin Kosachev ປະທານກຳມາທິການການພົວພັນຕ່າງປະເທດ, ສະພາສູງ ລັດເຊຍ ໄດ້ຢັ້ງຢືນຕໍ່ສຳນັກຂ່າວສານ RIA ວ່າ: ລັດເຊຍ ຕ້ອງສືບຕໍ່ປະຕິບັດແຜນການສ້າງໂຄງການທໍ່ສົ່ງອາຍແກັດ “ກະແສໄຫຼທາງທິດເໜືອ 2” ໄປຍັງ ເອີຣົບ ໃຫ້ສຳເລັດ, ພາຍຫລັງການກໍ່ສ້າງທໍ່ສົ່ງຖືກໂຈະໄວ້ ຍ້ອນບັນດາຄຳສັ່ງລົງໂທດຂອງ ອາເມລິກາ. 
ລັດເຊຍ ຢືນຢັນຕັດສິນໃຈສ້າງໂຄງການທໍ່ສົ່ງອາຍແກັດໄປຍັງ ເອີຣົບ ໃຫ້ສຳເລັດ - ảnh 1 ລັດເຊຍ ຢືນຢັນຕັດສິນໃຈສ້າງໂຄງການທໍ່ສົ່ງອາຍແກັດໄປຍັງ ເອີຣົບ ໃຫ້ສຳເລັດ (ພາບ: AFP/TTXVN)

ທ່ານ Konstantin ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫລັງ ບໍລິສັດ ຮ່ວມທຸລະກິດ Allseas ລະຫວ່າງ ສະວິດ ແລະ ໂຮນລັງ ໃຫ້ຮູ້ວ່າ: ບໍລິສັດນີ້ ໄດ້ຢຸດຕິການກໍ່ສ້າງທໍ່ສົ່ງອາຍແກັດ ເພື່ອຫຼີກລ້ຽງບັນດາມາດຕະການລົງໂທດຂອງ ອາເມລິກາ, ໄດ້ລະບຸໃນກົດໝາຍ ເຊິ່ງທ່ານປະທານາທິບໍດີ Donald Trump ເຊັນໃນວັນທີ 20 ທັນວາ.

        ວັນທີ 21 ທັນວາ, ກະຊວງການຕ່າງປະເທດ ລັດເຊຍ ກໍ່ອອກຖະແຫຼງການຢັ້ງຢືນວ່າ ມົດສະກູ ຈະສືບຕໍ່ຊຸກຍູ້ໂຄງການດັ່ງກ່າວ ແລະກໍ່ໃນວັນດຽວກັນ, ເຢຍລະມັນ ແລະ ສະຫະພາບ ເອີຣົບ ກໍ່ອອກສຽງຄັດຄ້ານບັນດາມາດຕະການລົງໂທດຕາມແບບ “ຢູ່ນອກຜືນແຜ່ນດິນ” ເຊິ່ງ ອາເມລິກາ ຫາກໍ່ໃຫ້ສັດຕະຍາບັນ.

ຕອບກັບ

ຂ່າວ/ບົດ​ອື່ນ