ລັດເຊຍ ສືບຕໍ່ ສະໜອງນໍ້າມັນໃຫ້ແກ່ ຊີຣີ ໂດຍບໍ່ຫົວຊາຕໍ່ກໍາລັງກົດດັນຈາກ ອາເມລິກາ

(VOVWORLD) -ວັນທີ 20 ພະຈິກ, ສະມາຊິກກໍາມາທິການການຕ່າງປະເທດ ສະພາສູງ ລັດເຊຍ, ທ່ານ Oleg Morozov ຖະແຫຼງວ່າ  ຈະບໍ່ຫົວຊາຕໍ່ກໍາລັງໜູນດັນຈາກ ອາເມລິກາ, ລັດເຊຍ ຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງສະໜອງນໍ້າມັນບໍ່ໃຫ້ແກ່ຊີຣີ. 

ຄໍາຖະແຫຼງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ອາເມລິກາ ໄດ້ຈັດວາງຄໍາສັ່ງລົງໂທດໃໝ່ ໃສ່ 02 ບໍລິສັດຂອງ ລັດເຊຍ ທີ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວ.

        ທ່ານ Morozov ເນັ້ນໜັກວ່າ ລັດເຊຍ ໄດ້ຕົກລົງກັບ ຊີຣີ, ດັ່ງນັ້ນມົດສະກູ ພວມມີການກະທໍາ ແລະ ຈະກະທໍາຢ່າງເປີດເຜີຍ ແລະ ຖືກຕ້ອງຕາມກົດໝາຍ. ຕາມທ່ານ Morozov ແລ້ວ, ເລື່ອງກໍ່ກໍາລັງດັນທາງດ້ານເສດຖະກິດ ຜ່ານການປິດປະຕູບັນດາຊ່ອງທາງສະໜອງນໍ້າມັນໃຫ້ແກ່ ຊີຣີ ພວມກາຍເປັນອາວຸດຂອງ ອາເມລິກາ ໃນສົງຄາມເສດຖະກິດໃໝ່ ກັບທ່ານປະທານາທິບໍດີ ຊີຣີ Bashar al–Assad ແລະ ໂດຍທາງອ້ອມ ສໍາລັບ ມົດສະກູ ແລະ ອີຣານ.


ຕອບກັບ

ຂ່າວ/ບົດ​ອື່ນ