ປະທານາທິບໍດິ ລັດເຊຍ Vladimir Putin
ພາບ:internet
|
(vovworld) - ລັດເຊຍ ຈະສືບຕໍ່ເພີ່ມກຳລັງບົ່ມຊ້ອນດ້ານປ້ອງກັນຊາດຂອງຕົນ, ບົນພື້ນຖານຄິດໄລ່ເຖິງໄພນາບຂູ່ຕ່າງໆທີ່ອາດຈະເກິດຂຶ້ນ. ນີ້ແມ່ນຄຳຖະແຫລງຂອງປະທານາທິບໍດິ ລັດເຊຍ Vladimir Putin ທີ່ການປະຊຸມກັບການນຳກະຊວງປ້ອງກັນປະເທດລັດເຊຍ ໃນວັນທີ 27/2 ຢູ່ ມົດສະກູ. ປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ບັນດາບຸລິມະສິດຂອງລັດເຊຍ ຊື່ງລວມມີ: ເພີ່ມທະວີການເຊື່ອມໂຍງຢ່າງແຫນ້ນແຟ້ນໃນ ອາຊີ - ເອີລົບ, ປັບປຸງພື້ນຖານເສດຖະກິດເປັນເອກະພາບ ແລະ ຫັນມາສ້າງຕັ້ງພັນທະພາບເສດຖະກິດ ອາຊີ - ເອີລົບ, ພັດທະນາການພົວພັນຄູ່ຮ່ວມມືໃນຂອບເຂດອົງການຮ່ວມມືຊຽງໄຮ່ (SCO) ແລະ ກຸ່ມ BRICS ຊື່ງລວມມີ: ບຣາຊີນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟຼິກາໃຕ້, ຊຸກຍູ້ວິວັດການສ້າງໂລກຫລາຍຂົ້ວພັດທະນາບັນດາກົນໄກພັນທະມິດລວມໝູ່ ເພື່ອປະເຊີນຫນ້າກັບບັນດາສິ່ງທ້າທາຍສຳລັບຄວາມປອດໄພຂອງພາກພື້ນ.