ລັດເຊຍ - ອາເມລິກາ ປາດຖະໜາຢາກປັບປຸງການພົວພັນຮ່ວມມືໃນບັນຫາ ຊີຣີ
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
ແລະ ຄູ່ຕຳແໜ່ງ ອາເມລິກາ Rex Tillerson
(ພາບ: AFP/ TTXVN)
(vovworld) - ວັນທີ 12/04, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອາເມລິກາ Rex Tillerson ຈັດຕັ້ງການປະຊຸມຂ່າວຮ່ວມ ພາຍຫລັງການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ 2 ທ່ານຢູ່ນະຄອນຫລວງ ມົດສະກູ ຂອງ ລັດເຊຍ. ທ່ານ Lavrov ຢືນຢັນວ່າ ມົດສະກູ ແລະ ວໍຊິງຕັນ ຈະສືບຕໍ່ເຂົ້າຮ່ວມການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Tillerson ໃຫ້ຮູ້ວ່າ: ຄວາມໄວ້ເນື້ອເຊື່ອໃຈໃນການພົວພັນ ວໍຊິງຕັນ - ມົດສະກູ ພວມຢູ່ໃນລະດັບຕ່ຳສຸດ ແລະ ການພົວພັນລະຫວ່າງ 2 ປະເທດກໍ່ບໍ່ສາມາດຄົງຕົວໄດ້ຄືໃນປັດຈຸບັນ.
ກ່ຽວຂ້ອງເຖິງບັນຫາ ຊີຣີ, ທ່ານລັດຖະມົນຕີການຕ່າງປະເທດ Lavrov ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພ້ອມແລ້ວທີ່ຈະຟື້ນຟູຂໍ້ຕົກລົງລະຫວ່າງ 2 ປະເທດກ່ຽວກັບບັນຫາຄວາມປອດໄພທາງການບິນໃນເຂດນ່ານຟ້າອາກາດ ຊີຣີ. ໃນຂະນະນັ້ນ ທ່ານລັດຖະມົນຕີການຕ່າງປະເທດ Tillerson ສືບຕໍ່ກ່າວຫາບັນດາກຳລັງລັດຖະບານ ຊີຣີ ວ່າໄດ້ສ້າງແຜນການ, ຊີ້ນຳ ແລະ ປະຕິບັດເຫດບຸກໂຈມຕີ ທີ່ຖືກສົງໄສວ່າ ໄດ້ນຳໃຊ້ອາວຸດເຄມີຢູ່ ຊີຣີ. ເມື່ອແລກປ່ຽນກ່ຽວກັບບາງບັນຫາອື່ນໆ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Lavrov ໃຫ້ຮູ້ວ່າ ອາເມລິກາ ແລະ ລັດເຊຍ ລ້ວນແຕ່ເຫັນດີເປັນເອກະພາບຕໍ່ບັນຫາ ສປປ.ເກົາຫຼີ ຄວນໄດ້້ຮັບການແກ້ໄຂຢູ່ລະດັບການເມືອງ.