ລັດເຊຍ, ອາເມລິກາ ເຫັນດີແກ່ຍາວໂຄງການສະຫຼັບກັນບິນຂຶ້ນສະຖານີອາວະກາດສາກົນ
(VOVWORLD) - ອາວະກາດແມ່ນໜຶ່ງໃນບັນດາຂົງເຂດທີ່ຫາຍາກ ທີ່ ອາເມລິກາ ແລະ ລັດເຊຍ ພວມຮັກສາການຮ່ວມມືໃນສະພາບການພົວພັນສອງຝ່າຍພວມຢູ່ໃນລະດັບຕ່ຳສຸດໃນຫຼາຍທົດສະວັດ ຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ບັນດານັກບິນຂອງສອງປະເທດພວມເຮັດວຽກນຳກັນຢູ່ ISS.
ສະຖານີອາວະກາດສາກົນ ISS (ພາບເອກະສານ: AFP/TTXVN) |
ອົງການອາວະກາດ ສະຫະພັນ ລັດເຊຍ (Roscosmos) ແລະ ອົງການການບິນ ແລະ ອາວະກາດ ອາເມລິກາ (NASA) ໄດ້ເຫັນດີເປັນເອກະພາບຈະສືບຕໍ່ຮ່ວມມືກັນເພື່ອສົ່ງບັນດານັກບິນຂຶ້ນສະຖານີອາວະກາດສາກົນ (ISS) ຢ່ຽງໜ້ອຍສຸດແມ່ນຮອດປີ 2025.
ການແກ່ຍາວໂຄງການດັ່ງກ່າວກໍ່ເພື່ອແນໃສ່ຮັບປະກັນການມີໜ້າຂອງຜູ້ຕາງໜ້າ Roscomos ຢ່າງໜ້ອຍສຸດ 1 ຄົນ ຢູ່ module ຂອງ ລັດເຊຍ ແລະ ການມີໜ້າຂອງຜູ້ຕາງໜ້າ NASA ຢ່າງໜ້ອຍສຸດ 1 ຄົນ ຢູ່ຍານຂອງ ອາເມລິກາ. ບັນດາຖ້ຽວບິນສະຫຼັບກັນ ແມ່ນໂຄງການທີ່ໃນນັ້ນ ນັກບິນ ອາເມລິກາ ຈະບິນຂຶ້ນ ISS ດ້ວຍຖານະເປັນສະມາຊິກຂອງຈຸບິນໃນຍານອາວະກາດຂອງ ລັດເຊຍ ແລະ ກົງກັນຂ້າມ.
ອາວະກາດແມ່ນໜຶ່ງໃນບັນດາຂົງເຂດທີ່ຫາຍາກ ທີ່ ອາເມລິກາ ແລະ ລັດເຊຍ ພວມຮັກສາການຮ່ວມມືໃນສະພາບການພົວພັນສອງຝ່າຍພວມຢູ່ໃນລະດັບຕ່ຳສຸດໃນຫຼາຍທົດສະວັດ ຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ບັນດານັກບິນຂອງສອງປະເທດພວມເຮັດວຽກນຳກັນຢູ່ ISS.