ລັດເຊຍ ຮຽກຮ້ອງໃຫ້ຈັດຕັ້ງ ກອງປະຊຸມສາກົນກ່ຽວກັບ ຊີຣີ

ລັດເຊຍ ຮຽກຮ້ອງໃຫ້ຈັດຕັ້ງ ກອງປະຊຸມສາກົນກ່ຽວກັບ ຊີຣີ - ảnh 1
ທ່ານ​ຮອງລັດຖະມົນຕີການ​ຕ່າງປະ​ເທດ ລັດ​ເຊຍ Gennady Gatilov
(ພາບ: Rferl.com)

(vovworld) – ວັນ​ທີ 14/5, ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ສື່​ມວນ​ຊົນ​ກ່ອນ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon. ທ່ານ​ຮອງລັດຖະມົນຕີການ​ຕ່າງປະ​ເທດ ລັດ​ເຊຍ Gennady Gatilov ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ ຊີຣີ ຢ່າງ​ຮີບ​ດ່ວນ, ພ້ອມ​ທັງ​​ໄດ້​ຄັດຄ້ານ​​ແນວ​ຄວາມ​ຄິດ​ສ້າງ​ເຂດ​ຫ້າມ​ບິນ​ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້. ປະຕິ​ກິລິຍາຕໍ່​ຄຳ​ຮຽກ​ຮ້ອງ​ດັ່ງກ່າວ​ຂອງ ລັດ​ເຊຍ, ທ່ານ​ລັດຖະມົນຕີ​ຖະ​ແຫຼ​ງຂ່າວ ຊີຣີ Omran Zoabi ​ເນັ້ນ​ໜັກ​ວ່າ: ຊີຣີ ຄວນ​ຮູ້​ເນື້ອ​ໃນ​ລະອຽດ​ຂອງ​ກອງ​ປະຊຸມ​ສາກົນ​ເຊິ່ງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ສະ​ເໜີ, ກ່ອນ​ທີ່​ຍົກ​ອອກ​ຄຳ​ຕັດສິນ​ຈະ​ເຂົ້າຮ່ວມ​ຫຼື​ບໍ່. ​ໃນ​ຂະນະ​ນັ້ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຝຮັ່ງ Laurent Fabius ສະ​ແດງ​ຄວາ​ມ​ລະ​ແວງສົງ​ໃສ​ຕໍ່ຂໍ້​ລິ​ເລີ່​ມຂອງ ລັດ​ເຊຍ - ອາ​ເມ​ລິ​ກາ, ຖື​ວ່າ ຍາກ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ທີ່ມີ​ການ​ເຂົ້າ​ຮ່ວມ​ຂອງທັງ​ລັດຖະບານຊີຣີ ​ແລະ ຝ່າຍ​ຄ້ານໄດ້.

 

ຂ່າວ/ບົດ​ອື່ນ