ລັດ​ເຊຍ ເນັ້ນ​ໜັກ​ເຖິງ​ເງື່ອນ​ໄຂ​ເພື່ອ​ຕໍ່​​ ກຳ​ນົດເວ​ລາ​ຂໍ້​ລິ​ເລີ່ມ​ທັນ​ຍາ​ຫານ​ທະ​ເລ​ດຳ

(VOVWORLD) -ປະເທດລັດເຊຍຈະຢຸດຕິການເຂົ້າຮ່ວມຂໍ້ຕົກລົງທັນຍາຫານທະເລດຳ ຖ້າບໍ່ບັນລຸໄດ້ຄວາມຄືບໜ້າໃນບົດບັນທຶກຊ່ວຍຈຳລະຫວ່າງ ລັດເຊຍ ແລະ ສປຊ ໃນນັ້ນໄດ້ໃສ່ໃຈເຖິງສະພາບການປະຕິບັດບົດບັນທຶກຊ່ວຍຈຳດັ່ງກ່າວ.
ລັດ​ເຊຍ ເນັ້ນ​ໜັກ​ເຖິງ​ເງື່ອນ​ໄຂ​ເພື່ອ​ຕໍ່​​ ກຳ​ນົດເວ​ລາ​ຂໍ້​ລິ​ເລີ່ມ​ທັນ​ຍາ​ຫານ​ທະ​ເລ​ດຳ - ảnh 1ພາບປະກອບ: Reuters

ວັນທີ 20 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດຂໍ້ລິເລີ່ມທັນຍາຫານທະເລດຳພຽງແຕ່ໄດ້ຮັບການປະຕິບັດຢ່າງຮອບດ້ານ ຖ້າບັນດາຫຼັກໝັ້ນຂອງຝ່າຍລັດເຊຍໄດ້ຮັບການຊັ່ງຊາ, ຕາມນັ້ນແລ້ວ ກໍ່ເນັ້ນໜັກເຖິງເປົ້າໝາຍຄ້ຳປະກັນດ້ານສະບຽງອາຫານໃຫ້ແກ່ອາຟຼິກກາ. ກ່ອນໜ້ານັ້ນ, ມົດສະກູໃຫ້ຮູ້ວ່າ ໄດ້ເຫັນດີຕໍ່ເວລາກຳນົດຄັ້ງທີ 2, ແຕ່ພຽງແຕ່ໃນເວລາ 60 ວັນເທົ່ານັ້ນ ຍ້ອນຍັງມີສິ່ງຕິດຂັດທີ່ກ່ຽວຂ້ອງເຖິງລັກສະນະຮອບດ້ານຂອງຂໍ້ຕົກລົງສະບັບນີ້. ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ປະເທດນີ້ຈະຢຸດຕິການເຂົ້າຮ່ວມຂໍ້ຕົກລົງທັນຍາຫານທະເລດຳ ຖ້າບໍ່ບັນລຸໄດ້ຄວາມຄືບໜ້າໃນບົດບັນທຶກຊ່ວຍຈຳລະຫວ່າງ ລັດເຊຍ ແລະ ສປຊ ໃນນັ້ນໄດ້ໃສ່ໃຈເຖິງສະພາບການປະຕິບັດບົດບັນທຶກຊ່ວຍຈຳດັ່ງກ່າວ.

ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມລັດຖະສະພາສາກົນ “ລັດເຊຍ - ອາຟຼິກກາ ໃນໂລກຫຼາຍຂົ້ວ” ທີ່ໄດ້ດຳເນີນຢູ່ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Putin ໃຫ້ຮູ້ວ່າ ລັດເຊຍ ປະຕິບັດບັນດາພັນທະຂອງຕົນກ່ຽວກັບການສະໜອງສະບຽງອາຫານຊະນິດຕ່າງໆ, ຝຸ່ນ ແລະ ເຊື້ອເພີງ ໃຫ້ແກ່ອາຟຼິກກາຢ່າງເຂັ້ມງວດ ຜ່ານນັ້ນ ກໍ່ຊ່ວຍຄ້ຳປະກັນດ້ານສະບຽງອາຫານ ແລະ ພະລັງງານໃຫ້ແກ່ທະວີບນີ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ