ລັດເຊຍ ແລະ Belarus ຊ້ອມຮົບຮ່ວມ

ລັດເຊຍ ແລະ Belarus ຊ້ອມຮົບຮ່ວມ - ảnh 1
ພາບປະກອບ
(ຈາກອີນເຕີເນັດ)

(vovworld) – ວັນ​ທີ 17/4, ກຳລັງພິ​ເສດ ​ແລະ ທະຫານ​ໂດດ​ຈ້ອງຂອງ​ລັດ​ເຊຍ ​ແລະ Belarus ​ເລີ່​ມ​ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ຍຸດ​ທະວິ​ທີຮ່ວມ​ຢູ່ມໍ່​ກັບນະຄອນ Grotno ຂອງ Belarus. ການ​ຊ້ອມ​ຮົບ​ນີ້​ຖືກ​ດຳ​ເນີນ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ແຫ່ງການ​ຕໍ່ສູ້​ອັນ​ພິລະ​ອົງອາດຂອງ​ລັດ​ເຊຍ​ (ທີ່​ຖືກ​ຈັດ​ຕັ້ງ​ປະຈຳ​ປີ​​ໃນວັນ​ທີ 18/4), ​ແລະ​ນອນ​ໃນ​ຂອບ​ເຂດ​ແຜນ​ການ​ຮ່ວມ​ມື​ລະຫວ່າງ​ບັນ​ດາ​ອົງການ​ປ້ອງ​ກັນຊາດຂອງ​ລັດ​​ແຫ່ງສຳພັນ​ທະ​ມິດ​ລັດ​ເຊຍ - Bularus ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ກຽມພ້ອມ​ສົມທົບ​ກັນຕໍ່ສູ້​ຂອງ​ກອງທັບ​ລັດ​ເຊຍ ​ແລະ Bularus. ​ໃນ​ໄລຍະ​ດຳ​ເນີນ​ການຊ້ອມ​ຮົບ, ບັນດາ​ກຳລັງ​ຂອງ Belarus ຈະ​ຮັບປະກັນ​ໜູນຊ່ວຍ​ອາວຸດ​ຊະນິດ​ຕ່າງໆ ​ແລະ ຍຸດ​ໂທ​ປະກອນ​ທີ່​ຈຳ​ເປັນໃຫ້​​ບັນດາ​​ເພື່ອນ​ຮ່ວມ​ງານ​ລັດ​ເຊຍ. ການ​ຊ້ອມຮົບ​ຈະ​ແກ່ຍາວ​ຮອດ​ວັນ​ທີ 19/4.

ຂ່າວ/ບົດ​ອື່ນ