ລັດເຊຍ ແລະ ຕວັກກີ ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບສະພາບການຢູ່ ຊີຣີ

(VOVWORLD) - ວັນທີ 19 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ປະກາດວ່າ ປະເທດນີ້ ແລະ ຕວັກກີ ບໍ່ບັນລຸໄດ້ຂໍ້ຕົກລົງໃນການປຶກສາຫາລື ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຂວງ Idlib ຂອງ ຊີຣີ.
ລັດເຊຍ ແລະ ຕວັກກີ ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບສະພາບການຢູ່ ຊີຣີ - ảnh 1 ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP/TTXVN)

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ: ລັດເຊຍ ບໍ່ໄດ້ຍົກອອກຄຳຮຽກຮ້ອງໃໝ່ໃດໆ, ພ້ອມທັງເນັ້ນໜັກເຖິງຄວາມຈຳເປັນ ຂອງການປະຕິບັດຂໍ້ຕົກລົງ ເຊິ່ງການນຳ 2 ປະເທດບັນລຸໄດ້ກ່ຽວກັບສະພາບການຢູ່ Idlib ຂອງ ຊີຣີ. ນອກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ກໍ່ໃຫ້ຮູ້ຕື່ມອີກວ່າ ບັນດາການບຸກໂຈມຕີແນໃສ່ທີ່ຕັ້ງຂອງບັນດາກຳລັງ ຊີຣີ, ເຊິ່ງເປົ້າໝາຍແມ່ນສາມັນຊົນ ແລະ ຖານທີ່ໝັ້ນກອງທັບອາກາດ Khmeimin ຢູ່ແຂວງ Idlib ພວມເກີດຂຶ້ນ. ທ່ານ Sergei Lavrov ໃຫ້ຮູ້ວ່າ: ບັນດາກຳລັງຂອງລັດຖະບານ ຊີຣີ ຈະໂຕ້ຕອບຕໍ່ບັນດາການກະທຳເກາະຜິດ ແລະ ມົດສະກູ ກໍ່ສະໜັບສະໜູນສິ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ