ລັດເຊຍ ແລະ ອີຢູ ລົງນາມໃນຂໍ້ຕົກລົງກ່ຽວກັບບັນດາໂຄງການຮ່ວມມືຂ້າມຊາດ

(VOVWORLD) - ລັດເຊຍ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການອຸປະຖຳ ແລະ ປະຕິບັດບັນດາໂຄງການຮ່ວມມືຂ້າມຊາດລະຫວ່າງ ລັດເຊຍ - ລິດຕົວນີ ແລະ ລັດເຊຍ - ໂປໂລຍ.
ລັດເຊຍ ແລະ ອີຢູ ລົງນາມໃນຂໍ້ຕົກລົງກ່ຽວກັບບັນດາໂຄງການຮ່ວມມືຂ້າມຊາດ - ảnh 1 ທ່ານເອກອັກຄະລັດຖະທູດ ອີຢູ ປະຈຳ ລັດເຊຍ Markus Ederer ພາບ: THX/ TTXVN

ຕາມອົງການຕາງໜ້າຂອງ ອີຢູ ປະຈຳ ລັດເຊຍ ແລ້ວ, ງົບປະມານອຸປະຖຳໃຫ້ບັນດາໂຄງການຮ່ວມມືດັ່ງກ່າວແມ່ນ 88 ລ້ານເອີຣົບ ໃນໄລຍະ 2014 – 2020. ບັນດາໂຄງການດັ່ງກ່າວ ຈະສຸມໃສ່ເຂົ້າໃນການອະນຸລັກຮັກສາບັນດາມໍລະດົກວັດທະນະທຳ ແລະ ປະຫວັດສາດ, ການຮ່ວມມືເພື່ອສິ່ງແວດລ້ອມທຳມະຊາດທີ່ສົດໃສ ແລະ ຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ, ພ້ອມທັງ ຊຸກຍູ້ການກະທຳລວມ ເພື່ອຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນຢ່າງມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີການສຳພັດກັບບັນດາເຂດໃກ້ຄຽງ ກໍ່ຄື ຍົກສູງກຳລັງຄວາມສາມາດປ່ຽນແປງໃໝ່…

        ທ່ານເອກອັກຄະລັດຖະທູດ ອີຢູ ປະຈຳ ລັດເຊຍ Markus Ederer ສະແດງຄວາມຫວັງວ່າ ໃນອະນາຄົດ, ລັດເຊຍ ແລະ ອີຢູ ຈະມີບັນດາໂຄງການລວມ ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ