ລັດເຊຍກ່າວຫາອາເມລິກາມີອຸບາຍກະທົບເຖິງການເລືອກຕັ້ງປະທານາທິບໍດີລັດເຊຍ

(VOVWORLD) - ທີ່ການປະຊຸມຂ່າວໃນວັນທີ 29 ມັງກອນ, ໂຄສົກຂອງປະທານາທິບໍດີລັດເຊຍ ທ່ານ Dmitry Peskov ໄດ້ຍົກເອົາຄຳກ່າວຫາອາເມລິກາ ອອກວ່າ

ລັດເຊຍກ່າວຫາອາເມລິກາມີອຸບາຍກະທົບເຖິງການເລືອກຕັ້ງປະທານາທິບໍດີລັດເຊຍ - ảnh 1ໂຄສົກຂອງປະທານາທິບໍດີລັດເຊຍ ທ່ານ Dmitry Peskov 

(ພາບປະກອບ: RT/TTXVN)

ອາເມລິກາ ມີອຸບາຍກະທົບເຖິງການເລືອກຕັ້ງປະທານາທິບໍດີຢູ່ປະເທດນີ້. ທ່ານ Peskov ໄດ້ຕຳນິຕິຕຽນອຳນາດການປົກຄອງອາເມລິກາ ພວມຊອກຫາວິທີເພື່ອສົ່ງຜົນກະທົບເຖິງການເລືອກຕັ້ງປະທານາທິບໍດີລັດເຊຍ ໂດຍຜ່ານສິ່ງທີ່ເອີ້ນວ່າບົດລາຍງານ Kremlin. ບົດລາຍງານລວມມີບັນຊີລາຍຊື່ບັນດານັກການເມືອງ, ບັນດານັກທຸລະກິດໃຫຍ່ເຊິ່ງຕາມອາເມລິກາ ແລ້ວ ມີການພົວພັນກັບອຳນາດການປົກຄອງລັດເຊຍ ເພື່ອໃຫ້ອາເມລິກາ ຍົກເອົາບັນດາມາດຕະການລົງໂທດໃໝ່ອອກ. ເຖິງຢ່າງໃດກໍ່ຕາມ, ທ່ານ Peskov ຢືນຢັນວ່າ, ບົດລາຍງານດັ່ງກ່າວຈະບໍ່ສາມາດກໍ່ໃຫ້ເກີດບໍ່ວ່າການກະທົບໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ