ລັດເຊຍ,ຈີນກ່າວເຕືອນວ່າເອີລົບອາດຈະຖືກບຸກໂຈມຕີດ້ວຍອາວຸດເຄມີ

ລັດເຊຍ,ຈີນກ່າວເຕືອນວ່າເອີລົບອາດຈະຖືກບຸກໂຈມຕີດ້ວຍອາວຸດເຄມີ - ảnh 1
ລັດເຊຍ,ຈີນກ່າວເຕືອນວ່າເອີລົບອາດຈະຖືກບຸກໂຈມຕີດ້ວຍອາວຸດເຄມີ
(ພາບປະກອບ)

(vovworld) - ​ ວັນ​ທີ 13/04, ລັດ​ເຊຍ ​ແລະ ຈີນ ​ຍືນ​ສະ​ເໜີ​ຕໍ່ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮ່າງ​ມະຕິ​ມຸ່ງ​ໄປ​ເຖິງ​​ຮັດ​ແໜ້ນການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຕ້ານ​ກໍ່​ການ​ຮ້າຍ​ຢູ່ ຊີຣີ ຕໍ່​ໄພ​ນາບ​ຂູ່​ກ່ຽວ​ກັບ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ນຳ​ໃຊ້​ອາວຸດ​ເຄມີ, ພິ​ເສດ​ແມ່ນ​ຢູ່ ​ເອີ​ລົບ. ຕາມ​ຮ່າງ​ມະຕິ​ນີ້​ແລ້ວ, ບັນດາ​ປະ​ເທດຖານ​ບ້ານ​ໃກ້​ເຮືອນ​ຄຽງ ຊີຣີ ຄື: ຕວກກີ ​ແລະ ອີຣັກ ຄວນ​ລາຍ​ງານ​ກ່ຽວ​ກັບການ​ກະທຳຢືດຄອງ ຫຼື ຜະລິດ​ອາວຸດ​ເຄມີ​ຂອງ​ບັນດາ​ກຸ່ມ​ປະກອບ​ອາວຸດ​ໃນ​ພາກ​ພື້ນ. ທ່ານ Vitaly Churkin ​ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈ​ຳສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ດ້ວຍ​ເລື່ອງ​ຮຽກຮ້ອງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ກົນ​ໄກ​ກວດກາ​ລວມ (JIM) ຕິດຕາມ​ກວດກາ​ບັນດາ​ກຸ່ມ​ປະ​ກອບ​ອາວຸດ, ຮ່າງ​ມະ​ຕິ​ດັ່ງກ່າວ ຈະ​ຊ່ວຍ​ແກ​້​ໄຂ​ບັນດາ “ຊ່ອງ​ວ່າງ” ​ໃນ​ຄວາມມານະ​ພະຍາຍາມ​ສະກັດ​ກັ້ນ​ການນຳ​ໃຊ້​ອາວຸດ​ເຄມີ ກໍ່​ຄື​ໄພ​ນາບ​ຂູ່​ກ່ຽວ​ກັບ​ລັດທິ​ກໍ່​ການ​ຮ້າຍທີ່ນຳ​ໃຊ້​ອາວຸດ​ເຄມີ.


ຂ່າວ/ບົດ​ອື່ນ