ລັດເຊຍຈະຜັນຂະຫຍາຍອາວຸດນິວເຄຍຍຸດທະສາດຢູ່ ເບລາລຸດ
(VOVWORLD) -ເລື່ອງລັດເຊຍເປັນຄັ້ງທຳອິດນັບຕັ້ງແຕ່ປີ 1996 ໄດ້ຜັນຂະຫຍາຍອາວຸດນິວເຄຼຍຍຸດທະສາດຢູ່ນອກດິນແດນຂອງຕົນ ອາດຈະເຮັດໃຫ້ເພີ່ມທະວີຄວາມເຄັ່ງຕຶງລະຫວ່າງລັດເຊຍແລະບັນດາປະເທດຝ່າຍຕາເວັນຕົກ
ທ່ານປະທານາທິບໍດີລັດເຊຍປູຕິນ ແລະ ທ່ານປະທານາທິບໍດີ ເບລາລຸດ ລູກາແຊນໂກ |
ລັດເຊຍຈະຜັນຂະຫຍາຍອາວຸດນິວເຄຍຍຸດທະສາດຢູ່ ເບລາລຸດ. ນີ້ແມ່ນຄຳເຫັນກ່າວທາງໂທລະພາບຂອງປະທານາທິບໍດີລັດເຊຍປູຕິນເມື່ອວັນທີ 25 ມີນາ. ເລື່ອງລັດເຊຍເປັນຄັ້ງທຳອິດນັບຕັ້ງແຕ່ປີ 1996 ໄດ້ຜັນຂະຫຍາຍອາວຸດນິວເຄຼຍຍຸດທະສາດຢູ່ນອກດິນແດນຂອງຕົນ ອາດຈະເຮັດໃຫ້ເພີ່ມທະວີຄວາມເຄັ່ງຕຶງລະຫວ່າງລັດເຊຍແລະບັນດາປະເທດຝ່າຍຕາເວັນຕົກ.
ຂໍ້ຕົກລົງຜັນຂະຫຍາຍອາວຸດນິວເຄຼຍຍຸດທະສາດແມ່ນຍ້ອນປະເທດພັນທະມິດເບລາລຸດ ໄດ້ຮຽກຮ້ອງຫຼາຍຄັ້ງ. ປະທານາທິບໍດີເບລາລຸດ ລູກາແຊນໂກ ໄດ້ຍົກໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບເລື່ອງອາເມລິກາແລະ ອີຢູ ຜັນຂະຫຍາຍອາວຸດນິວເຄຼຍນາບຄູ່ປະເທດນີ້ ດັ່ງນັ້ນ ເບລາລຸດ ຄວນມີມາດຕະການທີ່ເໝາສົມເພື່ອໂຕ້ຕອບ.