ພາບປະກອບ
|
(vovworld) – ປີ 2017, ລັດເຊຍ ຈະຍົກປະລິມານການຂຸດຄົ້ນນ້ຳມັນຂຶ້ນລະດັບສະຖິຕິແມ່ນ 548 ລ້ານໂຕນ ຈາກລະດັບ 544 ລ້ານໂຕນໃນປີ 2016 ນີ້. ນີ້ແມ່ນສ່ວນໜຶ່ງຂອງເນື້ອໃນການຄາດຄະເນການພັດທະນາເສດຖະກິດໂດຍທ່ານ Aleksander Novak, ລັດຖະມົນຕີກະຊວງພະລັງງານ ລັດເຊຍ ປະກາດໃນວັນທີ 21/10. ຕາມການຕີລາຄາຂອງ Rosneft, ກຸ່ມບໍລິສັດນ້ຳມັນບໍ່ອັນດັບໜຶ່ງຂອງລັດເຊຍ ແລະ ກໍ່ແມ່ນວິສາຫະກິດຄ້າຂາຍນ້ຳມັນໃຫຍ່ສຸດໃນໂລກແລ້ວ, ສະພາບການນ້ຳມັນເຫຼືອເຟື່ອໃນຕະຫຼາດໂລກຈະຢຸດຕິພາຍຫຼັງ ໜຶ່ງປີເຄິ່ງອີກ. ສະພາພາລັງງານໂລກຄາດຄະເນວ່າ ຄວາມຕ້ອງການນ້ຳມັນຂອງໂລກຈະບຸນລຸລະດັບສູງສຸດໃນປີ 2030 ດ້ວຍ 103 ລ້ານຖັງ/ວັນ. ຕາມຂໍ້ສັງເກດຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ປະຈຸບັນ ມີຫຼາຍທ່າອ່ຽງຫັນໄປສູ່ການນຳໃຊ້ພະລັງງານ ຂຽວ, ພະລັງງານໄດ້ຮັບການນຳໃຊ້ໃນພາລະກິດຫັນເປັນກົນຈັກ ແລະ ໄຟຟ້າຂອງບັນດາປະເທດໃຫຍ່ຄື ຈີນ ແລະ ອິນເດຍ. ນອກຈາກນັ້ນ, ບັນດາຜະລິດຕະພັນຈາກນ້ຳມັນບໍ່ ແລະ ຂະແໜງກັ່ນນ້ຳມັນກໍ່ນັບມື້ນັບໄດ້ຮັບການນຳໃຊ້ໃນຂົງເຂດຕ່າງໆຂອງຊີວິດການເປັນຢູ່ ແລະ ຂະແໜງອຸດສາຫະກຳ.