(vovworld) – ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 26/03 ຂອງອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ (FSS), ທ່ານປະທານາທິບໍດີລັດເຊຍ Vladimir Putin ຖະແຫຼງວ່າ ທຸກກົນອຸບາຍທີ່ນາບຂູ່ແນໃສ່ລັດເຊຍ ຈະຖືກປະລະໄຊ ແລະ ຈະຖືກໂຕ້ຕອບຢ່າງເໝາະສົມ. ທ່ານປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ, ອົງການສືບລາຊະການລັບລັດເຊຍ ໄດ້ຄົ້ນພົບກົນອຸບາຍດຳເນີນບັນດາການເຄື່ອນໄຫວຕ້ານລັດເຊຍ ໃນບັ້ນຂົນຂວາຍຫາສຽງເລືອກຕັ້ງໃນປີ 2016 ແລະ 2018 ຈະມາເຖິງ, ພ້ອມທັງຖະແຫຼງວ່າ ຈະສະກັດກັ້ນບັນດາການກະທຳກໍ່ຄວາມຂາດສະຖຽນລະພາບນີ້. ທ່ານປະທານາທິບໍດີລັດເຊຍ ຢືນຢັນ ລັດຖະບານພ້ອມແລ້ວທີ່ຈະເຈລະຈາກັບຝ່າຍຄ້ານ ກໍ່ຄືຮັບຟັງບັນດາຄຳຕຳນິຕິຕຽນ ແລະ ການປະກອບຄຳເຫັນກ່ຽວກັບການເຄື່ອນໄຫວຂອງບໍ່ວ່າອຳນາດການປົກຄອງໃດໆ.
ທ່ານ Putin ກໍ່ກ່າວຫາບັນດາອົງການສືບລາຊະການລັບຝ່າຍຕາເວັນຕົກ ສວຍໃຊ້ບັນດາອົງການສັງຄົມບໍ່ຂຶ້ນກັບລັດຖະບານ ແລະ ບັນດາສຳພັນທະມິດການເມືອງຢູ່ລັດເຊຍ ເຂົ້າໃນຈຸດປະສົງທີ່ບໍ່ດີ.