(VOVWORLD) -ວັນທີ 9 ມີນາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຖະແຫຼງວ່າ ປະເທດນີ້ຈະບັນລຸໄດ້ເປົ້າໝາຍກ່ຽວກັບການຮັບປະກັນທີ່ຕັ້ງເປັນກາງຂອງ ຢູແກຼນ ແລະ ຢາກປະຕິບັດໄດ້ສິ່ງນີ້ຕ້ອງຜ່ານການເຈລະຈາ.
ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: Sputnik) |
ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາງ Maria Zakharova ເນັ້ນໜັກວ່າ, ບັນດາເປົ້າໝາຍຂອງ ມົດສະກູ ບໍ່ລວມມີການໂຄ່ນລົ້ມອຳນາດການປົກຄອງ Kiev, ພ້ອມທັງສະແດງຄວາມຫວັງວ່າຈະບັນລຸໄດ້ຄວາມຄືບໜ້າພໍສົມຄວນໃນການເຈລະຈາຮອບຕໍ່ໄປກັບ ຢູແກຼນ. ຕາມທ່ານນາງແລ້ວ, ການເຄື່ອນໄຫວທາງການທະຫານຂອງ ລັດເຊຍພວມດຳເນີນຕາມແຜນການ.