ລັດເຊຍຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າສິນຄ້າເພື່ອໂຕ້ຕອບEU
(ພາບປະກອບຈາກ AFP/TTXVN)
|
(vovworld) – ວັນທີ 24/6, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດລັດຖະດຳລັດຕໍ່ກຳນົດເວລາຕື່ມອີກໜຶ່ງປີສຳລັບ “ບັນດາມາດຕະການໂຕ້ຕອບຄຳສັ່ງລົງໂທດຈາກຝ່າຍຕາເວັນຕົກ”, ໃນນັ້ນມີການຫ້າມນຳເຂົ້າຈາກສະຫະພາບ ເອີລົບ (EU). ແຈ້ງການຂອງທ່ານປະທານາທິບໍດີ Putin ບໍ່ຊີ້ແຈ້ງເນື້ອໃນລາຍລະອຽດທີ່ໄດ້ຮັບການຕໍ່ກຳນົດເວລາ, ແຕ່ກ່ອນໜ້ານັ້ນ, ປະທານສະພາສະຫະພັນ (ສະພາສູງ ລັດເຊຍ) ທ່ານນາງ Valentina Matvienko ເຄີຍຖະແຫຼງວ່າໃນການສ້າງຄຳສັ່ງຫ້າມນຳເຂົ້ານັ້ນ: ລັດເຊຍ ຕ້ອງຄິດໄລ່ຊັ່ງຊາເຖິງທັດສະນະຂອງບັນດາປະເທດມີການພົວພັນດ້ານເສດຖະກິດ ແລະ ການເມືອງອັນດີງາມກັບມົດສກູ. ທ່ານນາງ Matvienko ໄດ້ເຕື້ອງເຖິງບັນດາປະເທດຄື: ຮູງກາຣີ, ເກຼັກ, ໄຊປັຣດ ແລະ ຖືວ່າຕ້ອງສະໜັບສະໜູນບັນດາປະເທດນີ້. ນອກນັ້ນ, ທ່ານລັດຖະມົນຕີວ່າການກະຊວງກະສິກຳ ລັກເຊຍ Aleksander Tkachev ກໍ່ສະເໜີພິຈາລະນາເລື່ອງຫ້າມນຳເຂົ້າດອກໄມ້, ເຂົ້າໜົມ, ປາປ໋ອງໃນຂອບເຂດຕໍ່ກຳນົດເວລາໃຫ້ຄຳສັ່ງດັ່ງກ່າວ.