ລັດເຊຍຕີລາຄາສູງຄວາມສຳຄັນຂອງຫວຽດນາມໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກ
ທ່ານສາດສະດາຈານ, ດຣ Vladimir Mazyrin ຕອບສຳພາດຕໍ່ນັກຂ່າວ VOV
(vovworld) - ໃນລະຫວ່າງວັນທີ 6-7/4, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ຈະມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ໃນສະພາບທີ່ 2 ປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ ການຮ່ວມມືລະຫວ່າງ 2 ປະເທດໄດ້ຮັບການຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອປີ 2012. ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳລັດເຊຍ, ທ່ານສາດສະດາຈານ, ດຣ Vladimir Mazyrin, ຜູ້ອຳນວຍການສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ, ຂຶ້ນກັບສະຖາບັນຕາເວັນອອກໄກ-ສະຖາບັນດີບວິທະຍາສາດລັດເຊຍ, ຖືວ່າ: ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Medvedev ມາ ຫວຽດນາມ ແມ່ນເພື່ອສືບຕໍ່ຮັກສາການເຈລະຈາທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນປະຈຳລະຫວ່າງການນຳຂັ້ນສູງ 2 ປະເທດ. ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີລັດເຊຍ ແມ່ນແນໃສ່ຊຸກຍູ້ 2 ໂຄງການຮ່ວມມືເສດຖະກິດໃຫຍ່ລະຫວ່າງ 2 ປະເທດ, ນັ້ນແມ່ນໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ນີງທ້ວນ 1 ແລະ ສ້າງຕັ້ງເຂດການຄ້າເສລີ ລະຫວ່າງ ຫວຽດນາມ ກັບພັນທະມິດເສດຖະກິດອາຊີ-ເອີລົບ. ທ່ານ Vladimir Mazyrin ເນັ້ນໜັກວ່າ: ປະຈຸບັນ ລັດເຊຍ ສືບຕໍ່ຊຸກຍູ້ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ, ອາຊີ ແລະ ບັນດາປະເທດອື່ນໆເຊິ່ງ ລັດເຊຍ ມີຄວາມສົນໃຈ, ໃນນັ້ນມີຫວຽດນາມ. ລັດເຊຍ ຕີລາຄາສູງຄວາມສຳຄັນຂອງ ຫວຽດນາມ ໃນການພັດທະນາການຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດ. ສຳລັບ ລັດເຊຍ, ຫວຽດນາມ ແມ່ນ “ບານປະຕູ” ເພື່ອກ້າວເຂົ້າສູ່ພາກພື້ນ ອາຊຽນ ແລະ ອາຊີຕາເວັນອອກ. ສະນັ້ນ, ດ້ວຍພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ບັນດາຜົນງານໃນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ຂ້າພະເຈົ້າຄິດວ່າ: 2 ປະເທດມີເງື່ອນໄຂສະດວກຫຼາຍຢ່າງ ເພື່ອສືບຕໍ່ພັດທະນາການຮ່ວມມື 2 ຝ່າຍ.
ດວານຫາຍ, ນັກຂ່າວ VOV ປະຈຳລັດເຊຍ